ສະເຫຼີມສະຫຼອງ 82 ປີແຫ່ງວັນ ສ້າງຕັ້ງພັກອມ ມູນິດ ຫວຽດນາມ
ຕອນເຊົ້າວັນທີ 1/2, ຢູ່ນະຄອນໂຮ່ຈິມິນ, ໄດ້ຈັດພິທີສະເຫຼີມສະຫຼອງ 82 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930-3/2/2012) ແລະພິທີມອບບັນດາລາງວັນອັນສູງສົ່ງຂອງພັກ ແລະລັດຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານເລແທງຫາຍ ເລຂາຄະນະພັກນະຄອນໂຮ່ຈິມິນ ໄດ້ທົບທວນຄືນເສັ້ນທາງແຫ່ງປະຫວັດສາດອັນສະຫງ່າອົງອາດຂອງພັກກອມມູນິດຫວຽດນາມໃນ 82 ປີທີ່ຜ່ານມາ. ນັບແຕ່ມີການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ໂດຍປະທານໂຮ່ຈິມິນເປັນຜູ້ສ້າງຕັ້ງ ແລະຝຶກຝົນຫຼໍ່ຫຼອມ, ປະຊາຊົນຫວຽດນາມ ມີການນຳຜູ້ສະຫຼາດສ່ອງໃສ, ໄດ້ດຳເນີນການຕໍ່ສູ້ປະຕິວັດອັນຍາວນານ, ຜ່ານຜ່າຄວາມທຸກຍາກລຳບາກນາໆປະການ, ຍາດໄດ້ໄຊຊະນະອັນໃຫ່ຍຫຼວງ, ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ໂດຍພາຍໃຕ້ການນຳພາຂອງພັກ, ຫວຽດນາມບັນລຸໄດ້ຜົນງານຫຼາຍຢ່າງໃນພາລະກິດປ່ຽນແປງໃໝ່, ດຳເນີນການຫັນປະເທດຊາດເປັນອຸດສາຫະກຳ ແລະທັນສະໄໝ ແລະເຊື່ອມໂຍງເຂົ້າກັບສາກົນ. ໂດຍມີຄວາມເອກອ້າງທະນົງໃຈກ່ຽວກັບການຍີ່ງໃຫ່ຍຂອງພັກໃນ 82 ປີຜ່ານມາ, ອົງຄະນະພັກນະຄອນໂຮ່ຈິມິນ ຍາມໃດກໍທຳການຕໍ່ສູ້ປະຕິວັດຢ່າງພິລາດອາດຫານ, ປະກອບສ່ວນພ້ອມກັບທົ່ວປະເທດຍາດໄດ້ໄຊຊະນະອັນສະຫງ່າລາສີໃນບັນດາໄລຍະການປະຕິວັດກໍຄືໃນພາລະກິດສ້າງສາ, ປົກປັກຮັກສານະຄອນ ແລະປະເທດຊາດໃນປະຈຸບັນ. ທ່ານເລຂາຄະນະພັກນະຄອນໂຮ່ຈິມິນເລແທງຫາຍເວົ້າວ່າ: “ກ້າວເຂົ້າສູ່ປີ 2012, ປະເທດຊາດ, ນະຄອນ, ຍັງຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກຫຼາຍຢ່າງ, ການທ້າທາຍນາໆປະການ, ແຕ່ເຖິງຢ່າງໃດກໍຕາມ, ບັນດາຜົນງານທີ່ບັນລຸໄດ້ ແລະບົດຮຽນຕົວຈິງ ໄດ້ສ້າງເປັນຄວາມສາມາດເພື່ອໃຫ້ພວກ ເຮົາຜ່ານຜ່າ ແລະກ້າວຂຶ້ນ. ພວກເຣົາມີຄວາມເຊື່ອໝັ້ນໃໝ່, ຄວາມຕັດສິນໃຈໃໝ່, ໂດຍສະເພາະແມ່ນບັນດາມະຕິຂອງພັກໄດ້ຫັນເປັນລະອຽດ ແລະກ້າວເຂົ້າສູ່ຊີວິດຕົວຈິງ. ໜ້າທີ່ຂອງອົງຄະນະພັກ ແລະປະຊາຊົນນະຄອນໂຮ່ຈິມິນແມ່ນອອກແຮງສຸມໃສ່ປະຕິບັດບັນດາມາດຕະການໄດ້ວາງອອກໃນບັນດາຂົງເຂດເສດຖະກິດສັງຄົມ, ກໍ່ສ້າງພັກ, ວັດທະນະທຳ…. ຢ່າງຂ້ຽວຂາດ.”