ສະເຫຼີມສະຫຼອງ 83 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ
ລາຍການພົບປະແລກປ່ຽນດົນຕີພິເສດ “ເຊື່ອໝັ້ນພັກຕະຫຼອດໄປ”
(ພາບ: baomoi.com)
(vovworld) - ວັນທີ 3/2, ໂດຍສະເຫຼີມສະຫຼອງ 83 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930 – 3/2/2013). ໜັງສືພິມຫວຽດນາມ ສະບັບຕ່າງໆ ໄດ້ລົງພິມບົດນຳເນັ້ນໜັກບົດບາດຂອງພັກກອມມູນິດ ຫວຽດນາມ, ຜູ້ນຳພາ ແລະ ຈັດຕັ້ງທຸກໆໄຊຊະນະຂອງການປະຕິວັດ ຫວຽດນາມ, ນຳປະຊາຊົນ ຫວຽດນາມ ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ, ສ້າງສາປະເທດ ຫວຽດນາມ ໃຫ້ນັບມື້ນັບພັດທະນະນາ, ເຊື່ອມໂຍງ, ສັງຄົມມີຄວາມຍຸຕິທຳ, ປະຊາທິປະໄຕ ແລະ ສິວິໄລ.
ໜັງສືພິມ ເຍີນເຢີນ ແປວ່າ ປະຊາຊົນ, ສຽງຂອງສູນກາງຂອງພັກກອມມູນິດຫວຽດນາມ ໄດ້ມີບົດນຳ “ຍົກສູງຄວາມສາມາດນຳພາ ແລະ ກຳລັງຕໍ່ສູ້, ກໍ່ສ້າງພັກ ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ”. ບົດນຳຢືນຢັນວ່າ: ປີ 2013, ພ້ອມກັບການຍູ້ແຮງຂະບວນການແຂ່ງຂັນໃນທົ່ວພັກ, ທົ່ວປວງຊົນ, ມານະພະຍາຍາມສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງ ພັກ ແລະ ບັນດາຄາດໝາຍ, ໜ້າທີ່ເສດຖະກິດ - ສັງຄົມໃນປີບານພັບຂອງແຜນການ 5 ປີ (2010 - 2015) ຢ່າງມີໄຊ, ບັນດາອົງການພັກໃນທົ່ວປະເທດສືບຕໍ່ປະຕິບັດມະຕິສູນກາງຄັ້ງທີ 4 ກ່ຽວກັບການກໍ່ສ້າງພັກ, ຕິດພັນກັບການຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ. ພ້ອມກັບການນຳເອົາການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍເປັນວຽກງານປະຈຳ, ຄວນປະຕິບັດຢ່າງເດັດດຽວ, ຄົບຊຸດບັນດາໝວດມາດຕະການ ເພື່ອຍົກສູງຄວາມສາມາດນຳພາ ແລະ ກຳລັງຕໍ່ສູ້ຂອງພັກ, ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ.
ລາຍການຖ່າຍທອດສົດ “ບົດເພງໄຊລະດູບານໃໝ່”
(ພາບ: Duy Khương/ສຳນັກຂ່າວສານ ຫວຽດນາມ)
ດ້ວຍຫົວຂໍ້ວ່າ “ກໍ່ສ້າງພັກໝັ້ນຄົງເຂັ້ມແຂງ ເທົ່າໃຫ້ທຽບກັບໜ້າທີ່”, ບົດນຳຂອງໜັງສືພິມ ກວນໂດ້ຍເຍີນເຢີນ ແປວ່າ ກອງທັບປະຊາຊົນ, ຢືນຢັນວ່າ: ເລື່ອງກໍ່ສ້າງພັກກອມມູນິດ ຫວຽດນາມ ໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ ແມ່ນໜ້າທີ່ຫຼັກແຫຼ່ງ, ມີຄວາມໝາຍເປັນຕາຍຕໍ່ພັກ ແລະ ປະເທດຊາດ. ພັກປອດໃສ, ໝັ້ນຄົງ ເຂັ້ມແຂງແມ່ນເງື່ອນໄຂທຳອິດ ເພື່ອໃຫ້ປະຊາຊົນມີຊີວິດທີ່ອິມໜຳສຳລານ, ມີຄວາມຜາສຸກ.
ກໍ່ເນື່ອງໃນໂອກາດສະເຫຼີມສະຫຼອງ 83 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930 – 3/2/2013), ຕອນຄຳ່ວັນທີ 3/2, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ໄດ້ດຳເນີນລາຍການພົບປະແລກປ່ຽນສະແດງສິລະປະພິເສດທີ່ມີຫົວຂໍ້ວ່າ “ເຊື່ອໝັ້ນພັກຕະຫຼອດໄປ”.
ຢູ່ນະຄອນ ໂຮ່ຈີມິນ, ໄດ້ດຳເນີນລາຍການໂທລະພາບຖ່າຍທອດສົດ “ບົດເພງໄຊລະດູບານໃໝ່”. ລາຍການໄດ້ຊ່ວຍໃຫ້ຜູ້ຊົມເຫັນໄດ້ຈຸດເວລາອົງອາດກະຫານໃນການຕໍ່ສູ້ເປັນທຳເພື່ອຍາດເອົາເອກະລາດແຫ່ງຊາດ. ໃນນັ້ນ, ມີການບຸກໂຈມຕີຄັ້ງໃຫຍ່ ແລະ ລຸກຮືຂຶ້ນໃນລະດູບານໃໝ່ 1968 ກ່ອນນີ້ 45 ປີ. ພັນເອກ, ວິລະຊົນກຳລັງປະກອບອາວຸດ ກາວເຈົາ, ຜູ້ເຂົ້າຮ່ວມບັ້ນຮົບລະດູບານໃໝ່ 1968 ເວົ້າວ່າ:
“ຂ້າພະເຈົ້າມີກຽດທີ່ໄດ້ພ້ອມກັບປະຊາຊົນພາກໃຕ້ຕ້ານ ອາເມລິກາ ກູ້ຊາດ, ທົບທວນຄືນວິວັດ, ການຕໍ່ສູ້ຂອງປະຊາຊົນເຮົາແມ່ນອົງອາດກ້າຫານ ແລະ ມີຄວາມຫຍຸ້ງຍາກຫຼາຍ. ເມື່ອສົງຄາມສິ້ນສຸດລົງ, ມີນັກຮົບຫຼາຍຄົນບໍ່ໄດ້ກັບເມືອຄອບຄົວອີກ. ໃນຊຸມວັນນີ້, ພວກຂ້າພະເຈົ້າຍິ່ງຄິດຮອດເພື່ອນຮ່ວມກົມກອງຂອງພວກເຮົາກ່ວາ. ພວກເພື່ອນໜຸ່ມໃນປະຈຸບັນມີເງື່ອນໄຂຮຳ່ຮຽນ, ຫວັງວ່າພວກເພື່ອນຈະເສີມຂະຫຍາຍເພື່ອສ້າງສາປະເທດໃຫ້ຊາດນັບມື້ນັບຮັ່ງມີເຂັ້ມແຂງກ່ວາອີກ”