(ພາບປະກອບ / TTXVN)
(vovworld) - ມື້ນີ້,ວັນທີ 3/2, ພັກກອມມູນິດ ຫວຽດນາມ ສະເຫຼີມສະຫຼອງ 97 ປີ ແຫ່ງວັນສ້າງຕັ້ງ (3/2/1930 – 3/2/2017). ເນື່ອງໃນໂອກາດນີ້, ໜັງສືພິມເຍິນເຢີນ, ສຽງຂອງສູນກາງພັກກອມມູນິດ ຫວຽດນາມ, ໄດ້ລົງພິມໃນໜ້າຫຼັກຮູບພາບທ່ານປະທານ ໂຮ່ຈີມິນ ພ້ອມກັບຄຳເວົ້າຂອງເພິ່ນກ່ຽວກັບການກໍ່ສ້າງພັກ. ບົດໜັງສືພິມກໍ່ລົງພິມບົດຂຽນ ນັບແຕ່ລະດູບານໃໝ່ແຫ່ງການສ້າງຕັ້ງພັກໃນເມື່ອກ່ອນ - ຫວນຄືນ ແລະ ນຶກຄິດ. ບົດຂຽນຢືນຢັນວ່າເຫດການສ້າງຕັ້ງພັກກອມມູນິດ ຫວຽດນາມ ກ່ອນນີ້ 97 ປີ ໄດ້ເປັນຂີດໝາຍບາດລ້ຽວສຳຄັນຍິ່ງ, ຢຸດຕິສະພາບວິກິດການແນວທາງກູ້ຊາດຢູ່ ຫວຽດນາມ. ຫວນຄືນ “ລະດູບານໃໝ່ແຫ່ງການກໍ່ສ້າງພັກ“ ໃນເມື່ອກ່ອນ, ເອກອ້າງທະນົງໃຈຕໍ່ໜ້າປະຫວັດສາດອັນສະຫງ່າລາສີຂອງພັກ ກໍ່ແມ່ນໂອກາດເພື່ອເຫັນແຈ້ງກວ່າໜ້າທີ່ຮັບຜິດຊອບໃນ“ລະດູບານໃໝ່ແຫ່ງການກໍ່ສ້າງພັກ“ ປີນີ້. ພັກໄດ້ຢືນຢັນເຖິງຄວາມຕັດສິນໃຈເພີ່ມທະວີການກໍ່ສ້າງ, ປັບປຸງພັກຢ່າງຮອບດ້ານ ແລະ ເຖິງຖອງ ດ້ວຍມະຕິສູນກາງທີ 4 (ຊຸດທີ 12). ປະຊາຊົນຫວັງວ່າ ພັກຈະມີບັນດາການກະທຳຢ່າງແຮງເພື່ອໃຫ້ການຕໍ່ສູ້ລົບລ້າງບັນດາປະກົດການເສື່ອມທາດເສຍຄຸນນັ້ນບັນລຸຜົນງານ ແລະ ເຮັດໃຫ້ອົງການຈັດຕັ້ງພັກມີຄວາມປອດໄສ, ໝັ້ນຄົງເຂັ້ມແຂງກວ່າ, ເຮັດໃຫ້ພະນັກງານ, ສະມາຊິກພັກແຕ່ລະຄົນເປັນແບບຢ່າງກວ່າ, ສົມກັບຄວາມເຊື່ອໝັ້ນຂອງປະຊາຊົນກວ່າ.
ໃນຂະນະນັ້ນ, ບົດນຳໃນໜັງສືພິມ ກວນໂດ້ຍເຍິນເຢີນ (ສຽງຂອງກອງທັບປະຊາຊົນ ຫວຽດນາມ)ສະບັບອອກວັນທີ 3/2 ໄດ້ລົງພິມບົດນຳ “ກໍ່ສ້າງພັກໃຫ້ບໍລິສຸດ, ໝັ້ນຄົງເຂັ້ມແຂງເທົ່າທຽມກັບໜ້າທີ່ “ກໍ່ຢືນຢັນວ່າ, ດ້ວຍບັນດາຜົນງານທີ່ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບບັນລຸໄດ້ໃນການປະຕິບັດ ມະຕິສູນກາງທີ 4 (ຊຸດທີ 12) ກ່ຽວກັບການກໍ່ສ້າງພັກ, ພ້ອມກັບການປະກາດໃຊ້ ແລະ ຜັນຂະຫຍາຍປະຕິບັດ ມະຕິສູນກາງທີ 4 (ຊຸດທີ 12) ກ່ຽວກັບການເພີ່ມທະວີການ ກໍ່ສ້າງ, ປັບປຸງພັກ, ອີກເທື່ອໜຶ່ງໄດ້ພິສູດໃຫ້ເຫັນຄຸນນະທາດ, ປັນຍາ,ຄວາມອົງອາດຂອງພັກກຳອຳນາດ; ເຊິ່ງແມ່ນພັກໜຶ່ງທີ່ກ້າຊີ້ແຈ້ງບັນດາຂໍ້ຂາດຕົກບົກພ່ອງ, ອ່ອນດ້ອຍຂອງຕົນເພື່ອແກ້ໄຂ. ປະເທດຊາດພວມຢືນຢູ່ຕໍ່ໜ້າກາລະໂອກາດ, ແລະ ການທ້າທາຍໃໝ່. ເພື່ອປະຕິບັດສຳເລັດພາລະກຳປະຫວັດສາດຂອງພັກກຳອຳນາດ, ຮຽກຮ້ອງໃຫ້ພັກກອມມູນິດ ຫວຽດນາມ ຕ້ອງສືບຕໍ່ຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ ເພື່ອມີຄຸນນະທາດ, ຄວາມສາມາດ, ປັນຍາຢ່າງພຽງພໍ ເພື່ອຊີ້ນຳນຳພາປະເທດຊາດສືບຕໍ່ພັດທະນາ “ເທົ່າທຽມກັບບັນດາປະເທດມະຫາອຳນາດຢູ່ຫ້າທະວີບ“. ພະນັກງານ, ສະມາຊິກພັກແຕ່ລະຄົນຕ້ອງອອກແຮງ, ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາຄາດໝາຍ, ຈຸດໝາຍ ເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ 12 ແລະ ບັນດາມະຕິ, ຂໍ້ສະຫຼຸບຂອງສູນກາງຢ່າງມີປະສິດທິຜົນ. ແຕ່ລະອົງການຈັດຕັ້ງພັກ, ສະມາຊິກພັກແຕ່ລະຄົນຕ້ອງເບິ່ງໂດຍກົງເຂົ້າຄວາມຈິງ, ຕີລາຄາຢ່າງຖືກຕ້ອງ ເວົ້າແຈ້ງຄວາມຈິງ, ສຸມໃສ່ກໍ່ສ້າງວິທີແກ້ໄຂ, ແບບແຜນເຮັດວຽກຢ່າງມີວິທະຍາສາດ, ໃກ້ຊິດກັບປະຊາຊົນ, ເຄົາລົບປະຊາຊົນ, ເພື່ອປະຊາຊົນ, ອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ.