ສະເຫຼີມສະຫຼອງ125ປີແຫ່ງວັນຄ້ານວັນເກີດປະທານໂຮ່ຈິມິນຢູ່ຕ່າງປະເທດ
ທ່ານ ຟ້າມຮຶວດຶກ, ອັກຄະລັດຖະທູດຫວຽດນາມ ປະຈຳ ເກັຼກ
ກ່າວຄຳເຫັນທີ່ພິທີ
(ພາບ: ສະຖານທູດ ເກັຼກ)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 125 ປີແຫ່ງວັນຄ້ານວັນເກີດທ່ານປະທານ ໂຮ່ຈິມິນ (19/5/1890-19/5/2015), ຢູ່ ນະຄອນຫຼວງ ອາແຕນ, ສາທາລະນະລັດ ເກັຼກ, ສະຖານທູດ ຫວຽດນາມ ປະຈຳ ເກັຼກ ໄດ້ຈັດຕັ້ງພິທີສະເຫຼີມ ສະຫຼອງວັນຄ້າຍວັນເກີດທ່ານປະທານ ໂຮ່ຈິມິນ. ນະທີ່ນີ້, ທ່ານ ຟ້າມຮຶວດຶກ, ອັກຄະລັດຖະທູດ, ໄດ້ທົບທວນຄືນກ່ຽວກັບຊີວິດ ແລະ ພາລະກິດອັນຍິ່ງໃຫຍ່ຂອງທ່ານປະທານ ໂຮ່ຈິມິນ, ພ້ອມທັງຢືນຢັນເຖິງຄວາມເອກອ້າງທະນົງໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງຊາວ ຫວຽດນາມ ລຸ້ນຕ່າງໆ ທີ່ມີຕໍ່ຜູ້ນຳທີ່ຍິ່ງໃຫຍ່ຂອງປະເທດຊາດ ຫວຽດນາມ.
ໃນລະຫວ່າງວັນທີ 19-20/5, ສະຖານທູດ ຫວຽດນາມ ປະຈຳ Mozambique ແລະ ຫົວໜ້າສະຖານກົງສູນ ຫວຽດນາມ ປະຈຳສາທາລະນະລັດ Madagascar ກໍໄດ້ຈັດຕັ້ງບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດທ່ານປະທານ ໂຮ່ຈິມິນ ຢູ່ບັນດານະຄອນຫຼວງ Maputo (Mozambique) ແລະ Antananarivo (Madagascar).
ແລະກໍໃນວັນທີ 19/5, ສະຖາບັນ ກູບາ ມິດຕະພາບ ກັບບັນດາປະຊາຊາດ (ICAP) ແລະ ສະຖານທູດຫວຽດນາມ ປະຈຳ ກູບາ ໄດ້ຈັດຕັ້ງພິທີວາງພວງມາລາທີ່ອະນຸສາວະລີທ່ານປະທານ ໂຮ່ຈິມິນ ຢູ່ນະຄອນ ລາຮາວານ.
ແລະກໍໃນວັນດຽວກັນ, ສະຖານທູດຫວຽດນາມ ປະຈຳ ປາກິດສະຖານ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດທ່ານປະທານ ໂຮ່ຈິມິນ ຢ່າງສົມກຽດ.