ສະເຫຼີມສະຫຼອງ20ປີແຫ່ງວັນປະຕິບັດຖະແຫຼງການແລະໂຄງການດຳເນີນງານປັກກິ່ງ
ທ່ານນາງຮອງປະທານປະເທດ ຫງວຽນທິຢວານກ່າວຄຳເຫັນທີ່ການໂອ້ລົມສົນທະນາ
(ພາບ:baodansinh.vn)
(vovworld) - ຕອນເຊົ້າວັນທີ 24/6 ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມສົມທົບກັບອົງການສະຫະປະຊາຊາດປະຈຳ ຫວຽດນາມ ຈັດຕັ້ງການໂອ້ລົມສົນທະນາສະເຫຼີມສະຫຼອງ 20 ປີແຫ່ງວັນປະຕິບັດຖະແຫຼງການ ແລະ ໂຄງການດຳເນີນງານ ປັກກິ່ງ.
ກ່າວຄຳເຫັນທີ່ການໂອ້ລົມສົນທະນາສະເຫຼີມສະຫຼອງ 20 ປີແຫ່ງວັນປະຕິບັດຖະແຫຼງການ ແລະ ໂຄງການດຳເນີນງານ ປັກກິ່ງ ທີ່ດຳເນີນໃນຕອນເຊົ້າ 24/06, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຢັ້ງຢືນວ່າ: ຖະແຫຼງການ ແລະ ໂຄງການດຳເນີນງານ ປັກກິ່ງ ໄດ້ຮັບການສ້າງຂຶ້ນ ແລະ ໂຄສະນາຢ່າງກ້ວາງຂວາງຢູ່ ຫວຽດນາມ ໃນຕະຫຼອດ 20 ປີທີ່ຜ່ານມາ ແມ່ນປັດໃຈທີ່ສຳຄັນເພື່ອສ້າງການຫັນປ່ຽນຢ່າງຕັ້ງໜ້າໃນພາລະກິດສ້າງຄວາມສະເໝີພາບລະຫວ່າງຍິງ - ຊາຍ, ປະກອບສ່ວນເຂົ້າໃນການສ້າງຜົນງານທີ່ໜ້າສົ່ງເສີມໃນການສ້າງສາ ແລະ ພັດທະນາປະເທດຊາດ. ການເຕີບໂຕດ້ານເສດຖະກິດພ້ອມກັບບັນດາຄວາມກ້າວໜ້າທາງສັງຄົມ, ໃນນັ້ນ ມີການປະກອບສ່ວນຂອງແມ່ຍິງໃນຕະຫຼອດ 20 ປີທີ່ຜ່ານມາ ໄດ້ສ້າງບາດກ້າວຢ່າງໜັ້ນຄົງ ເພື່ອໃຫ້ຫວຽດນາມ ພັດທະນາ ແລະ ເຊື່ອມໂຍງ. ແຕ່ວ່າ, ທ່ານນາງຮອງປະທານປະເທດ ໃຫ້ຮູ້ວ່າ: ໃນວິວັດການປະຕິບັດໂຄງການດຳເນີນງານ ປັກກິ່ງ ຍັງມີຫຼາຍບັນຫາທີ່ຍັງຄົງຄ້າງ ຕ້ອງໄດ້ຕີລາຄາຢ່າງຖືກຕ້ອງເພື່ອສ້າງທ່າໃຫ້ ພາລະກິດສ້າງຄວາມສະເໝີພາບລະຫວ່າງຍິງ - ຊາຍໃນໄລຍະຈະມາເຖິງ.