ສະເຫຼີມສະຫຼອງ23ປີແຫ່ງວັນຊາດສ.Slovakia
ພິທີສະເຫຼີມສະຫຼອງ 23 ປິແຫ່ງວັນຊາດສ.Slovakia
(ພາບ: hochiminhcity.gov.vn)
(vovworld) – ວັນທີ 05/09, ສະຫະພັນບັນດາອົງການມິດຕະພາບ, ສະມາຄົມມິດຕະພາບຫວຽດນາມ - Slovakia ນະຄອນໂຮ່ຈິມິນ ໄດ້ຈັດພິທີສະເຫຼີມສະຫຼອງ 23 ປິແຫ່ງວັນຊາດສ.Slovakia (01/09/1992 – 01/09/2015). ກ່າວຄຳເຫັນທີ່ພິທີ, ທ່ານ ບຸຍກວາງຫາຍ, ປະທານສະມາຄົມມິດຕະພາບຫວຽດນາມ - Slovakia ນະຄອນໂຮ່ຈິນມິນ ໃຫ້ຮູ້ວ່າ, ສ.Slovakia ແມ່ນສະຖານທິ່ບຳລຸງສ້າງພະນັກງານວິທະຍາສາດຫວຽດນາມນັບໝື່ນຄົນ ໃນຫຼາຍຂົງເຂດຄື: ເສດຖະກິດ, ເຕັກນິກ, ພິເສດແມ່ນຂະແໜງກົນຈັກ, ອຸດສາຫະກຳເບົ່າ. ປະຈຸບັນ, ມີຫຼາຍຄົນໄດ້ດຳລົງຕໍ່າແໜ່ງສຳຄັນໃນກົງຈັກຂອງພັກ, ລັດ ແລະ ລັດຖະບານຫວຽດນາມ. ໃນໄລຍະຈະມາເຖິງ, ພ້ອມກັບປະຊາຊົນໃນທົ່ວປະເທດ, ປະຊາຊົນນະຄອນໂຮ່ຈິມິນ ສືບຕໍ່ມານະພະຍາຍາມ, ປະກອບສ່ວນນຳການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນ 2 ປະເທດ ໃຫ້ນັບມື້ນັບພັດທະນາ, ປະກອບສ່ວນຊຸກຍູ້ບັນດາການພົວພັນຮ່ວມມືລະຫວ່າງ 2 ປະເທດ ໃຫ້ບັນລຸປະສິດທິຜົນ.