(vovworld) – ຕອນຄໍ່າວັນທີ 11/11, ຢູ່ຮ່າໂນ້ຍ, ສະຖານທູດສ.ອັງໂກລາ ປະຈຳຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນຊາດສ.ອັງໂກລາ (11/11/1975 -11/11/2015) ແລະ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ອັງໂກລາ (12/11/1975 – 12/11/2015). ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດສ.ອັງໂກລາ ປະຈຳຫວຽດນາມ Joao Manuel Bernardo ໃຫ້ຮູ້ວ່າ, ນັບແຕ່ປີ 1975 ມາຮອດປະຈຸບັນ, ອັງໂກລາ ແລະ ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື 16 ສະບັບ. ການແລກປ່ຽນດ້ານການຄ້າລະຫວ່າງ 2 ປະເທດນັບແຕ່ປີ 2014 ບັນລຸ 116 ລ້ານ USD. ທ່ານເອກອັກຄະລັດຖະທູດສ.ອັງໂກລາ ເນັ້ນໜັກວ່າ, ລັດຖະບານອັງໂກລາ ຖືຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດໃນວິວັດການຫັນການຜະລິດ ແລະ ພັດທະນາພື້ນຖານເສດຖະກິດອັງໂກລາ ເປັນຫຼາຍຮູບຫຼາຍແບບ, ທ່ານເອກອັກຄະລັດຖະທູດສ.ອັງໂກລາ ກໍສະແດງຄວາມຫວັງວ່າ, 2 ປະເທດຮັກສາການສະໜັບສະໜູນເຊິ່ງກັນ ແລະ ກັນໃນການອອກສະໝັກເຈົ້າເປັນສະມາຊິກບັນດາອົງການຈັດຕັ້ງສາກົນ ແລະ ສະຫະປະຊາຊາດ, ກໍຄືແລກປ່ຽນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງທັງ 2 ຝ່າຍຕ່າງມີຄວາມສົນໃຈ.