ສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ມຽນມາ

ສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ມຽນມາ - ảnh 1
(ພາບປະກອບ: vietnamplus.vn)

(vovworld) – ວັນ​ທີ 27/5, ຢູ່ ຮ່າ​ໂນ້ຍ, ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ-ມຽນມາ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມ ສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ-​ມຽນມາ (28/5/1975-28/5/2015). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ-​ມຽນມາ ຈູ​ໂກງ​ຟຸ່ງ,​ ຕາງໜ້າ​ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ສະມາ​ຄົມ​ມິດຕະພາບ ຫວຽດນາມ-​ມຽນມາ ​ໄດ້​ທົບ​ທວນ​ຄືນ​ການ​ພົວພັນ​ມິດຕະພາບ ​ແລະ ການຮ່ວມ​ມື ລະຫວ່າງ ຫວຽດນາມ ​- ມຽນມາ ​ໃນ​ຕະຫຼອດ 40 ປີຜ່ານມາ. ທ່ານ​ປະທານ ຈູ​ໂກງ​ຟຸ່ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ທ່າ​ພັດທະນາ​ສະດວກ ພ້ອມ​ກັບ​ບັນດາ​ບົດຮຽນ​ທີ່​ອຸດົມສົມບູນ​ຂອງ 40 ປີ​ແຫ່ງ​ການ​ພົວພັນ​ແລກປ່ຽນ,​ ຮ່ວມ​ມື​ ແລະ ຄວາມ​ມານະ​ພະຍາຍາມ​ລວມຂອງ 2 ຝ່າ​ຍ, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ ຫວຽດນາມ-​ມຽນມາ ຈະ​ສືບ​ຕໍ່​ບັນລຸ​ໄດ້ຜົນ​ງານ​ໃໝ່​ຫຼາຍ​ຢ່າງທີ່​ຍິ່ງ​ໃຫຍ່​ກ່ວາ​ອີກ, ​ເພື່ອ​ປະ​ໂຫຍ​ດ​ແທດ​ຈິງ​ຂອງ 2 ປະ​ເທດ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການຮ່ວມ​ມື ​ແລະ ວັດທະນາ​ຖາວອນ​ໃນ​ພາກ​ພື້ນ ​ແລະ ​ໂລກ.

ຂ່າວ/ບົດ​ອື່ນ