ສະເຫຼີມສະຫຼອງ50ປີວັນຊາດສິງກະໂປຢູ່ນະຄອນໂຮ່ຈີມິນ
(ພາບປະກອບ)
(vovworld) - ຕອນຄ່ຳວັນທີ 31/7, ສະຖານກົງສູນໃຫຍ່ ສິງກະໂປ ປະຈຳ ນະຄອນ ໂຮ່ຈີມິນ ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີວັນຊາດ ສ.ສິງກະໂປ (9/8/1965 – 9/8/2015) ຢ່າງສົມກຽດ. ທີ່ພິທີສະເຫຼີມສະຫຼອງ, ທ່ານນາງ Leow Siu Lin ຫົວໜ້າສະຖານກົງສູນໃຫຍ່ ສິງກະໂປ ປະຈຳ ນະຄອນ ໂຮ່ຈີມິນ ຢືນຢັນວ່າ: ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສິງກະໂປ ໄດ້ສະແດງໃຫ້ເຫັນແຈ້ງໃນຂົງເຂດເສດຖະກິດ, ໃນນັ້ນ ສິງກະໂປ ເຫັນວ່າ ຫວຽດນາມ ມີບັນດາປັດໃຈພື້ນຖານໃຫ້ການພັດທະນາຢ່າງເຂັ້ມແຂງ. ປະຈຸບັນມີບໍລິສັດຂອງ ສິງກະໄປ ຫລາຍແຫ່ງໄດ້ລົງທຶນຢູ່ ຫວຽດນາມ ເປັນເວລາຍາວນານ ແລະ ສືບຕໍ່ຊອກຫາກາລະໂອກາດ ເພື່ອເປີດກ້ວາງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດທີ່ນີ້. ຮອດທ້າຍປີ 2014, ສິງກະໂປ ໄດ້ມີ 719 ໂຄງການລົງທຶນເຂົ້ານະຄອນ ໂຮ່ຈີມິນ ດ້ວຍຍອດທຶນປະມານ 8,2 ຕື້ USD; ການຄ້າ 2 ສົ້ນລະຫວ່ງນະຄອນ ໂຮ່ຈີມິນ ແລະ ສິງກະໂປ ໃນປີ 2014 ບັນລຸ 4,4 ຕື້ USD