(vovworld) – ວັນທີ 21/11, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ (23/11/1959 – 23/11/2014) ຢ່າງສົມກຽດ.
ທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ, ເນັ້ນໜັກວ່າ: ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ເຕີບໃຫຍ່ ທຸກດ້ານເທື່ອລະກ້າວ ແລະ ມີບັນດາການປະກອບສ່ວນສຳຄັນໃນວຽກງານສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າສະເພາະ, ວຽກງານພົວພັນຕ່າງປະເທດເວົ້າລວມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຊີ້ແຈ້ງໜ້າທີ່ຈຸດສຸມຂອງ ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໃນໄລຍະຈະມາເຖິງ, ນັ້ນແມ່ນສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ເສີມຂະຫຍາຍກຳລັງແຮງລວມໝູ່, ກໍ່ສ້າງຫົວໜ່ວຍປອດໄສ, ໝັ້ນຄົງເຂັ້ມແຂງ, ສົມທົບກັບບັນດາອົງການກ່ຽວຂ້ອງເພີ່ມທະວີວຽກງານຂົນຂວາຍຊາວ ຫວຽດນາມ ຢູ່ຕ່າງປະເທດອວາຍໜ້າເມືອຫາປະເທດຊາດ, ປະກອບສ່ວນເຂົ້າໃນພາລະກິດສ້າງ ສາ ແລະ ປົກປັກຮັກສາປະເທດຊາດ. ທີ່ພິທີສະເຫຼີມສະຫຼອງ, ທ່ານ ຟ້າມບິ່ງມິງ ໄດ້ມອບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ ໃຫ້ແກ່ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.