ສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ສ.ແຊກແລະສະໂລວາກີ

ສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ສ.ແຊກແລະສະໂລວາກີ - ảnh 1
ຫວຽດນາມ - ສ​.​ແຊກ (ພາບປະກອບ)


(vovworld) - ​ວັນ​ທີ 31/1ສະຫະພັນ​ບັນດາ​ອົງການ​ມິດຕະພາບ, ສະມາຄົມ​ມິດຕະພາບ​ຫວຽດນາມ - ສ​.​ແຊກ; ​​ຫວຽດນາມ- ສະ​ໂລ​ວາ​ກີນະຄອນ​ໂຮ່ຈີ​ມິນ​ຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ ຫວຽດນາມ - ສ​.​ແຊກ ​ແລະ ສະ​ໂລ​ວາ​ກີ (2/2/1950-2/2/2015).

ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ​ເລ​ຮຶງກວົກ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ: ຜ່ານ 65 ປີ, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ - ສ​.​ແຊກ ​ແລະ ສະ​ໂລ​ວາ​ກີ ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ພັດທະນາ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ, ມີ​ປະສິດທິ​ຜົນ. ມີ​ເອກະສານ​ຮ່ວມ​ມື​ຫຼາຍ​ສະບັບ​ໄດ້​ຮັບ​ການ​ລົງ​ນາມ, ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ອັນ​ຍາວ​ນານ ​ແລະ ໝັ້ນຄົງ.

ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ສ.​ແຊກ ປະຈຳ​ຫວຽດນາມ Martin Klepetko, ​ໃຫ້​ຮູ້​ວ່າ. ສ. ແຊກ ຈະ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ອັນ​ດີງາມ ກໍ່​ຄື​ພ້ອມ​ກັບ​ຫວຽດນາມ​ຮ່ວມ​ມື​ພັດທະນາ​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ.

ສ່ວນ​ທ່ານເອກ​ອັກຄະ​ລັດຖະທູດ ສະ​ໂລ​ວາ​ກີ Igo Pacolak ກໍ່​ເນັ້ນ​ໜັກ​ວ່າ: ສະ​ໂລ​ວາ​ກີ ຈະ​ສົ່ງ​ເສີມ​ຫຼາຍ​ໂຄງການ​ເສດຖະກິດ, ວັດທະນະທຳ​ຢູ່​ຫວຽດນາມ, ​ແນ​ໃສ່​ນຳ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ ສະ​ໂລ​ວາ​ກີ​ໃຫ້​ກ້າວ​ຂຶ້ນສູ່ລະດັບ​ສູງ​ໃໝ່, ​ເພື່ອ​ໃຫ້​ສອງ​ປະ​ເທດ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຮອບດ້ານ​ໂດຍ​ໄວ.


ຂ່າວ/ບົດ​ອື່ນ