ສະເຫຼີມສະຫຼອງ66ປີແຫ່ງວັນມູນເຊື້ອກຳລັງຊາວໜຸ່ມຕະລຸມບອນຫວຽດນາມ
ເຂດປູຊະນີຍະສະຖານປະຫວັດສາດກ່ຳປັ່ນບໍ່ມີໝາຍເລກ ຫວູງໂຣ
(vovworld) – ໂດຍສະເຫຼີມສະຫຼອງ 66 ປີແຫ່ງວັນມູນເຊື້ອກຳລັງຊາວໜຸ່ມຕະລຸມບອນ ຫວຽດນາມ, ສະມາຄົມອະດີດຊາວໜຸ່ມຕະລຸມບອນແຂວງ ຟູ໋ອຽນ ຫາກໍ່ໄດ້ສົມທົບກັບຄະນະຊາວໜຸ່ມແຂວງ ຟູ໋ອຽນ ຈັດຕັ້ງລາຍການເຄື່ອນທັບກັບເມືອກົກເຄົ້າເຫງົ້າກໍດ້ວຍຫົວຂໍ້ວ່າ: “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຢູ່ເຂດປູຊະນີຍະສະຖານປະຫວັດສາດກ່ຳປັ່ນບໍ່ມີໝາຍເລກ ຫວູງໂຣ, ຕາແສງ ຮວາຊວນນາມ, ເມືອງດົງຮ່ວາ. ມີສະມາຊິກຊາວໜຸ່ມ ແລະ ອະດີດຊາວໜຸ່ມຕະລຸມບອນແຂວງ ຟູ໋ອຽນກ່ວາ 200 ຄົນໄດ້ຖະຫວາຍທູບທຽນ, ວາງພວງມາລາອາໄລຫາບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ທ່າກ່ຳປັ່ນບໍ່ມີໝາກເລກ ຫວູງໂຣ, ທົບທວນຄືນມູນເຊື້ອພິລະອາດຫານຂອງກຳລັງຊາວໜຸ່ມຕະລຸມບອນ ຫວຽດນາມ ຜ່ານ 66 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ. ນະທີ່ນີ້, ບັນດາສະມາຊິກຊາວໜຸ່ມ, ອະດີດຊາວໜຸ່ມຕະລຸມບອນໄດ້ຮັບຟັງນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ພັນຕີ ໂຮ່ດັກແທ້ງ, ອະດີດກັບຕັນເຮືອກ່ຳປັ່ນບໍ່ມີໝາກເລກ, ອະດີດຫົວໜ້າເສນາທິການທະຫານເຮືອເຂດ 3 ໄດ້ເລົ່າຄືນບັນດາຜົນງານຂອງກ່ຳປັ່ນບໍ່ມີໝາກເລກໃນເມືອກ່ອນ ໄດ້ຂົນສົ່ງອາວຸດກ່ວາ 200 ໂຕນສ້າງເປັນເສັ້ນທາງມະຫັດສະຈັນໂຮ່ຈີມິນ ປະຫວັດສາດທາງທະເລໃນເມື່ອກ່ອນ.