ສະເຫລີມສະຫລອງວັນແພດໝໍຫວຽດນາມຢູ່ພາຍໃນແລະຕ່າງປະເທດ
ການເຄື່ອນໄຫວວັນແພດໝໍຫວຽດນາມ ຖືກຈັດຂຶ້ນໃນທົ່ວປະເທດ
ພາບ:dangcongsan.vn
|
(vovworld) - ພິທີສະເຫລີມສະຫລອງວັນແພດໝໍຫວຽດນາມ ຖືກດຳເນີນໄປຢູ່ຫລາຍທ້ອງຖິ່ນໃນວັນທີ 27/2. ກ່ອນຫນ້ານັ້ນ, ວັນທີ 26/2, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ໄປຖະຫວາຍທູບທຽນ ອາໄລຫາທ່ານເລຫືວຈາກ ຊື່ງແມ່ນຜູ້ກໍ່ຕັ້ງ ພື້ນຖານການແພດຫວຽດນາມ ຢູ່ ຮືງອຽນ. ຕອນຄຳ່ວັນດຽວກັນ, ຢູ່ ນະຄອນ ໂຮ່ຈິມີນ ໄດ້ຈັດງານລາຕີ “Blouse ຂາວແຫ່ງສາຍຈິດມິດໃຈ” ເພື່ອຢັ້ງຢືນພາລະກຳອັນສູງສົ່ງ ແລະ ເຊີດຊູບັນດາການປະກອບສ່ວນຂອງບັນດາພະນັກງານການແພດ, ທ່ານໝໍ ເບິ່ງແຍງສຸຂະພາບ ແລະ ກູ້ເອົາຊີວິດໃຫ້ແກ່ປະຊາຊົນ ທັງວັນ ແລະ ຄືນ. ເຂົ້າຮ່ວມງານລາຕີ, ສາດສະດາຈານ, ທ່ານໝໍ ຫງວຽນເຈີນຮຸ່ງ, ວິລະຊົນແຮງງານ, ປະທານສະມາຄົມໂລກມະເຮງ ຫວຽດນາມໃຫ້ຮູ້ວ່າ:
“ຂ້າພະເຈົ້າປາດຖະຫນາວ່າ ລັດສ້າງຍຸດທະສາດຮັກສາສຸຂະພາບຢ່າງແທ້ຈິງນັ້ນແມ່ນ: ກໍ່ສ້າງໂຮງໝໍຫລາຍແຫ່ງກວ່າ, ດ້ວຍເນື້ອທີ່ກວ້າງກວ່າ, ຈຳນວນພະນັກງານການແພດຫລາຍກວ່າ, ການປະສານສົມທົບລະຫວ່າງໂຮງຮຽນການແພດ ແລະ ໂຮງໝໍ ຕ້ອງສອດຄ່ອງ ແລະ ແຫນ້ນແຟ້ນກວ່າ. ທີສອງ ຕ້ອງເອົາໃຈໃສ່ເຖິງວົງຄະນາຍາດ. ”
ທີ່ການພົບປະສັງສັນ, ຍ້ອງຍໍສັນລະເສີນ ແພດໝໍດີເດ່ັນ 80 ຄົນທີ່ມີຜົນງານດີເດັ່ນໃນພາລະກິດພັດທະນາຂະແຫນງສາທາລະນະສຸກ ໂດຍສະຫະພັນແຮງງານຮ່າໂນ້ຍ ຈັດຕັ້ງຂຶ້ນໃນວັນທີ 26/2, ການນຳຂະແຫນງສາທາລະນະສຸກ ຮ່າໂນ້ຍ ໃຫ້ຮູ້ວ່າ: ຂະແຫນງສາທາລະນະສຸກຈະເອົາໃຈໃສ່ພັດທະນາຕາຫນ່າງສາທາລະນະສຸກຂັ້ນຮາກຖານ, ສູ້ຊົນມີຕື່ມອີກ 25 ຕາແສງບັນລຸມາດຖານແຫ່ງຊາດກ່ຽວກັບສາທາລະນະສຸກ, 100% ສຸກສາລາຢູ່ຕາແສງ ມີທ່ານໝໍກວດ ແລະ ປິ່ນປົວພະຍາດ.
ໃນຂະນະນັ້ນຢູ່ ມົດສະກູ, ຕອນຄຳ່ວັນທີ 25/2 ໄດ້ດຳເນີນກອງປະຊຸມໃຫຍ່ສະມາຄົມການແພດພື້ນເມືອງ ຫວຽດນາມ-ລັດເຊຍ ສາຂາຢູ່ ມົດສະກູ ຄັ້ງປະຖົມມະເລີກ. ການສ້າງຕັ້ງສະມາຄົມດັ່ງກ່າວ ແນໃສ່ພັດທະນາປະຊາຄົມການແພດພື້ນເມືອງຢູ່ຕ່າງປະເທດ, ນຳຄວາມຮູ້ ແລະ ບົດຮຽນດ້ານວິຊາສະເພາະ, ປະກອບສ່ວນເຂົ້າໃນພາລະກິດເບິ່ງແຍງສຸຂະພາບໃຫ້ແກ່ວົງຄະນາຍາດ, ປະກອບສ່ວນກໍ່ສ້າງ ແລະ ໂຄສະນາກ່ຽວກັບການແພດພື້ນເມືອງຫວຽດນາມ ໃຫ້ກາຍເປັນຂະແຫນງວິທະຍາສາດເຕັມໄປດ້ວຍສີສັນຫວຽດນາມ.