ພິທີປຸກລະດົມລາງວັນດາວເຫລືອງແດນຫວຽດ 2013
ພາບ:internet
|
(vovworld)- ຕອນເຊົ້າວັນທີ 2/9 ຢູ່ ຮ່າໂນ້ຍ, ສູນກາງຄະນະຊາວຫນຸ່ມ, ສູນກາງສະຫະພັນຊາວຫນຸ່ມຫວຽດນາມ, ສູນກາງສະມາຄົມນັກທຸລະກິດຫນຸ່ມຫວຽດນາມ ສົມທົບກັນຈັດຕັ້ງພິທີສະເຫລີມສະຫລອງ 10 ປີແຫ່ງວັນຈັດຕັ້ງລາງວັນດາວເຫລືອງແດນຫວຽດນາມ ແລະ ມອບລາງວັນດາວເຫລືອງແດນຫວຽດປີ 2013. ຜ່ານ 10 ປີແຫ່ງການຈັດຕັ້ງ, ລາງວັນດາວເຫລືອງແດນຫວຽດ ໄດ້ກາຍເປັນລາງວັນທີ່ມີອິດທີພົນຊື່ສຽງ, ປະກອບສ່ວນສຳຄັນຍົກສູງທີ່ຕັ້ງບົດບາດຂອງເຄ່ືອງໝາຍການຄ້າ ແລະ ວິສາຫະກິດຫວຽດນາມ ໃນການເຊື່ອມໂຍງເຂົ້າກັບເສດຖະກິດໂລກ ແມ່ນສັນຍາລັກທີ່ເອກອ້າງທະນົງໃຈຂອງບັນດາວິສາຫະກິດຫວຽດນາມ. ມີ 200 ເຄື່ອງໝາຍການຄ້າ ຕາງຫນ້າໃຫ້ 29 ໝວດສິນຄ້າໄດ້ຮັບລາງວັນປີ 2013. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນຫນັກວ່າ:
“ໃນສະພາບການເສດຖະກິດມີການຜັນແປຫລາຍຢ່າງທີ່ຍາກຄາດຄະເນໄດ້, ປະເທດຊາດພວມປະເຊີນຫນ້າກັບສິ່ງທ້າທາຍຫລາຍຢ່າງ, ດ້ວຍຖັນແຖວວິສາຫະກິດຫວຽດນາມທີ່ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ພິເສດແມ່ນບັນດາວິສາຫະກິດທີ່ໄດ້ຮັບລາງວັນຄັ້ງນີ້. ຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາຈະພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ.”