ສະເຫລີມສະຫລອງ110ປີແຫ່ງການທ່ອງທ່ຽວຊາປາ-ລາວກາຍ
ນາຂັ້ນໄດຢູ່ ຊາປາ
ພາບ:internet
|
(vovworld)- ກ່າວຄຳເຫັນທີ່ພິທີສະເຫລີມສະຫລອງ 110 ປີແຫ່ງການທ່ອງທ່ຽວ ຊາປາ ໃນຕອນເຊົ້າວັນທີ 2/11, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຕີລາຄາສູງບັນດາຜົນງານທີ່ບັນລຸໄດ້ ເປັນຕົ້ນໃນຂົງເຂດທ່ອງທ່ຽວຂອງຊາປາ. ທ່ານຮອງນາຍົກລັດຖະມົນຕີ ໃສ່ໃຈວ່າ ເມືອງຊາປາ ຄວນຍູ້ແຮງການຜັນຂະຫຍາຍບັນດາໂຄງການວາງແຜນຜັງຕົວເມືອງ, ລົງທຶນຍົກລະດັບພື້ນຖານດ້ານວັດຖຸ, ຍົກສູງຄຸນນະພາບຮູບການບໍລິການ, ສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ສະດວກເພື່ອດຶງດູດນັກລົງທຶນພາຍໃນ ແລະ ຕ່າງປະເທດໃນຂົງເຂດທ່ອງທ່ຽວ, ບໍລິການ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເນັ້ນຫນັກວ່າ:
“ລາວກາຍ ສືບຕໍ່ເພີ່ມທະວີວຽກງານຄຸ້ມຄອງລັດກ່ຽວກັບການທ່ອງທ່ຽວ, ຍູ້ແຮງວຽກງານໂຄສະນາສົ່ງເສີມການທ່ອງທ່ຽວ. ເອົາໃຈໃສ່ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດຮັບໃຊ້ການທ່ອງທ່ຽວ. ພັດທະນາການທ່ອງທ່ຽວຕິດພັນກັບການຮັກສາ, ບູລະນະບັນດາປູຊະນີຍະສະຖານປະຫວັດສາດ,ວັດທະນະທຳ, ຊີວະພາບ.”
ທີ່ພິທີ, ກະຊວງວັດທະນະທຳກິລາ ແລະ ການທ່ອງທ່ຽວຫວຽດນາມ ໄດ້ມອບຫນັງສືຢັ້ງຢືນປູຊະນີຍະສະຖານລະດັບຊາດໃຫ້ແກ່ທັດສະນີຍະພາບນາຂັ້ນໄດ ຊາປາ ແລະ ຫນັງສືຮັບຮອງມໍລະດົກວັດຖຸບໍ່ມີຮູບຮ່າງໃຫ້ແກ່ ງານບຸນ ປຸດຕົງ ຂອງຊາວເຜົ່າຢາວແດງ ແລະ ງານບຸນລົງໄຮ່ນາຂອງຊາວເຜົ່າໄຢ.