ທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດ
ຫວຽດນາມກ່າວຄຳເຫັນທີ່ພິທີສະເຫລີມສະຫລອງ
ພາບ:chinhphu.vn
|
(vovworld)- ເນື່ອງໃນໂອກາດສະເຫລີມສະຫລອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ(18/1/1950-18/1/2015), ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ, ທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ໄດ້ແລກປ່ຽນໂທລະເລກ ອວຍພອນເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ນາຍົກລັດຖະມົນຕີຈີນ ຫລີເຄືອຊຽງ ແລະ ຫົວຫນ້າ ຄະນະກຳມະການປະຈຳ ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ.
ໃນໂທລະເລກຂອງບັນດາການນຳຫວຽດນາມ ສົ່ງເຖິງການນຳຈີນ, ມີຕອນກ່າວວ່າ: ໃນ 65 ປີຜ່ານມາ, ເຖິງວ່າການພົວພັນລະຫວ່າງສອງປະເທດບາງໄລຍະປະສົບກັບຄວາມຫຍຸ້ງຍາກ, ແຕ່ດ້ວຍຄວາມມານະພະຍາຍາມລວມຂອງສອງຝ່າຍ, ການຮ່ວມມື ແລະ ມິດຕະພາບ ຍັງຄົງແມ່ນປັດໄຕຕົ້ນຕໍໃນການພົວພັນລະຫວ່າງສອງພັກ, ສອງລັດ ຫວຽດນາມ ແລະ ຈີນ, ເລື່ອງ ປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ ແມ່ນສົມກັບຜົນປະໂຫຍດພື້ນຖານ ແລະ ຍາວນານຂອງປະຊາຊົນສອງປະເທດ, ປະກອບສ່ວນປັບປຸງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອເຫັນວ່າ: ໃນຊຸມປີຜ່ານມາ, ການພົວພັນຄູ່ຮ່ວມມື, ການຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ບັນລຸໄດ້ບັນດາຄວາມຄືບຫນ້າໃຫມ່.
ໃນໂທລະເລກຂອງບັນດາການນຳຂັ້ນສູງຈີນສົ່ງເຖິງການນຳຫວຽດນາມ ມີຕອນກ່າວວ່າ: “ຈີນ ແລະ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງມິດຕະພາບ, ນັບແຕ່ເມື່ອສ້າງຕັ້ງສາຍພົວພັນທາງການທູດມາຮອດປະຈຸບັນ, ການຮ່ວມມືມິດຕະພາບ ຍາມໃດກໍແມ່ນປັດໄຈຕົ້ນຕໍໃນການພົວພັນລະຫວ່າງ ຈີນ ແລະ ຫວຽດນາມ. ໃນຊຸມປີມໍ່ໆມານີ້ ການພົວພັນຄູ່ຮ່ວມມື ການຮ່ວມມືຍຸດທະສາດຮອບດ້ານ ຈີນ -ຫວຽດນາມ ຮັກສາທ່າພັດທະນາ. ບັນດາການນຳຂັ້ນສູງຈີນ ຢືນຢັນວ່າ: ພັກ ແລະ ລັດຖະບານຈີນ ຖືການພັດທະນາການພົວພັນລະຫວ່າງ ຈີນ ແລະ ຫວຽດນາມ ເປັນສຳຄັນ ແລະ ປາດຖະຫນາຢາກຊຸກຍູ້ການພົວພັນຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງປອດໃສ, ສະຖຽນລະພາບ ແລະ ກ້າວຂຶ້ນ.
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມີງ ກໍໄດ້ແລກປ່ຽນໂທລະເລກອວຍພອນ ກັບທ່ານ ຫວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ.