ສະເໜີຂໍ້ລິເລີ່ມປະຕິຮູບ 13 ກຸ່ມຂໍ້ກຳນົດ, ລະບຽບການ ບໍລິຫານ

ສະເໜີຂໍ້ລິເລີ່ມປະຕິຮູບ 13 ກຸ່ມຂໍ້ກຳນົດ, ລະບຽບການ ບໍລິຫານ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ຮ່າ​ຮຸ່ງ​ເກື່ອງ
(ພາບປະກອບ)


(vovworld) – 13 ກຸ່ມຂໍ້​ກຳນົດ, ລະບຽບ​ການ​ບໍລິຫານ​​ທີ່​ກ່ຽວຂ້ອງ​ເຖິງບັນ​ດາ​ຂົງ​ເຂດ​ກະສິກຳ ​ແລະ ພັດທ​ະນາ​ຊົນນະບົດ, ຖະ​ແຫຼ​ງຂ່າວ ​ແລະ ສື​່ສານ, ສາທາລະນະ​ສຸກ, ສຶກສາ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ… ​ໄດ້​ຮັບ​ການ​ກຳນົດ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ສະພາ​​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບການ​ປະຕິ​ຮູບ​ດ້ານລະບຽບ​ການ​ບໍລິຫານ​ຂອງ​ນາຍົກລັດຖະມົນຕີ ​ໃນ​ປີ 2015. ປະກອບ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ຜັນ​ຂະຫຍາຍ​ວຽກ​ງານ​ປີ 2015 ທີ່ດຳ​ເນີນ​​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 11/02, ບັນດາ​ສະມາຊິກ​ໃນ​ສະພາ​ໄດ້​ຖື​ວ່າ, ປີ 2015 ສະພາ​ຕ້ອງ​​ປະກອບສ່ວນ​ເຂົ້າ​​ບັນດາ​ລະບຽບ​ການ​ບໍລິຫານ​ໃນດຳລັດຢ່າງ​ຕັ້ງ​ຫນ້າ​ກວ່າອີກ; ​ແບ່ງ​ງານ​​ແຕ່ລະ​ຂົງ​ເຂດຢ່າງ​ລະອຽດ​​ເຖິງສະຫະ​ສະມາຄົມ​, ຂະ​ແໜງ​ການ​ອາຊີບ ​ແລະ ມີ​ບາດກ້າວ​ສົມທົບ​ກັນ​ເຄື່ອນ​ໄຫວ​ລະຫວ່າງສະພາ​​ໃຫ້​ຄຳ​ປຶກສາ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ. ມີ​ຄຳ​ເຫັນ​ຖື​ວ່າ, ວຽກ​ງານ​ພິຈາລະນາ​ແມ່ນ​ມີ​ຄວາມ​ສຳຄັນ​ທີ່​ສຸດ, ສະ​ນັ້ນ, ​ເພື່ອ​ຫັນ​ລະບຽບ​ການ​ບໍລິຫານ​, ຂໍ້​ກຳນົດ​ບໍລິຫານເປັນ​ງ່າຍດາຍ, ຕ້ອງ​ຈັດ​ຕັ້ງ​ບາງ​ສະຖານ​ທີ່​ເພື່ອ​ສຳ​ຫຼວດ, ຕີ​ລາຄາແນ​ໃສ່​ຍົກ​ອອກວິ​ໄສ​ທັດ​ຢ່າງ​ຊັດ​ເຈັນ, ປະຕິ​ຮູບ​ໃຫ້​ເໝາະ​ສົມ​ກວ່າ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ຮ່າ​ຮຸ່ງ​ເກື່ອງ, ປະທານ​ສະພາ​ສະ​ເໜີ​ວ່າ, ສະພາ​ຕ້ອງ​ລະດົມ​ແຫຼ່ງກຳລັງ​ເພື່ອ​ເຂົ້າ​ຮ່ວມ​ການ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ຮ່າງ​ປະ​ມວນກົດໝາຍ​ແພ່ງ (ສະບັບ​ປັບປຸງ), ກົດໝາຍ​ປະກາດ​​ໃຊ້​ເອກະສານ​ນິຕິ​ກຳ; ປະຕິບັດ​ບາງໜ້າ​ທີ່​​ຈຸດ​ສຸມ​ໃນ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ໃນ​ການ​ສ້າງ​ຕັ້ງ ​ແລະ ປະຕິບັດ​ໂຄງການ​ລົງທຶນ​ທີ່​ນຳ​ໃຊ້​ທີ່​ດິນ​ເພື່ອ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ.

ຂ່າວ/ບົດ​ອື່ນ