ສະເໜີມາດຕະການແລະນະໂຍບາຍຊຸກຍູ້ການພົວພັນ2ຝ່າຍຫວຽດນາມ-ອາເມລິກາ
(ພາບປະກອບ)
(vovworld) – ເນື່ອງໃນໂອກາດສະເຫຼີມສະລອງ 20 ປີແຫ່ງວັນຫັນການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ອາເມລິກາ ເປັນປົກກະຕິ (11/7/1995-11/7/2015), ວັນທີ 26/6, ຢູ່ ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ວ່າ: “ການພົວພັນ ຫວຽດນາມ-ອາເມລິກາ ພາຍຫຼັງ 20 ປີແຫ່ງວັນຫັນການພົວພັນເປັນປົກກະຕິ: ສະພາບຕົວຈິງ ແລະ ແງ່ຫວັງ”, ໂດຍສະພາມະຫາບັນດີດວິທະຍາສາດ ແລະ ສັງຄົມ ຫວຽດນາມ ຈັດຕັ້ງ. ກອງປະຊຸມສຳມະນາດັ່ງກ່າວເປັນຂີດໝາຍດ້ານການເມືອງທີ່ມີຄວາມໝາຍສຳຄັນພິເສດໃນການພົວພັນ 2 ຝ່າຍ ຫວຽດນາມ-ອາເມລິກາ, ພິຈາລະນາ, ຕີລາຄາຄືນບັນດາຜົນງານໃນຫຼາຍຂົງເຂດພາຍຫຼັງ 20 ປີ. ນະທີ່ນີ້, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Ted Osius ຖືວ່າ: ເຫດການດັ່ງກ່າວ ແມ່ນໂອກາດເພື່ອໃຫ້ 2 ປະເທດພ້ອມກັນຫວນຄືນການພົວພັນ 2 ຝ່າຍທີ່ມີໃນຊຸມປີຜ່ານມາ. ທ່ານ Ted Osius ຕີລາຄາວ່າ: ການພົວພັນ ຫວຽດນາມ-ອາເມລິກາ ພວມເປີດແງ່ຫວັງຫຼາຍຢ່າງໃຫ້ການພັດທະນາອັນຍິ່ງໃຫຍ່, ນັບມື້ນັບມີການເຄື່ອນໄຫວລວມຫຼາຍຢ່າງຂອງ 2 ປະເທດທີ່ມີຜົນສະທ້ອນເຖິງການພົວພັນ 2 ຝ່າຍຄື: ເສດຖະກິດ, ການສຶກສາ, ການປ່ຽນແປງຂອງດິນຟ້າອາກາດ, ຄ້ຳປະກັນດ້ານສະບຽງອາຫານ…ທ່ານ Ted Osius ກໍຫວັງວ່າ: ກອງປະຊຸມສຳມະນາຄັ້ງນີ້ແມ່ນກາລະໂອກາດ ເພື່ອໃຫ້ບັນດານັກຊ່ຽວຊານ, ນັກວາງແຜນນະໂຍບາຍ ແບ່ງປັນແນວຄວາມຄິດພັດທະນາການພົວພັນ ລະຫວ່າງ 2 ປະເທດໃນອະນາຄົດ.