ສະໜອງຂໍ້ມູນຂ່າວກ່ຽວກັບປະຊາຄົມເສດຖະກິດອາຊຽນໃຫ້ແກ່ອົງການສື່ມວນຊົນ12ແຂວງນະຄອນພາກໃຕ້
(ພາບປະກອບ) |
(vovworld) – ວັນທີ 16/9 ສຳນັກງານຄະນະໂຄສະນາສຶກສາສູນກາງປະຈຳນະຄອນ ໂຮ່ຈີມິນ ສົມທົບກັບກະຊວງອຸດສາຫະກຳການຄ້າ ຈັດຕັ້ງກອງປະຊຸມ ເພື່ອສະໜອງຂໍ້ມູນຂ່າວສານກ່ຽວກັບປະຊາຄົມເສດຖະກິດ ອາຊຽນ (AEC) ໃຫ້ແກ່ອົງການສື່ມວນຊົນຢູ່ 12 ແຂວງ, ນະຄອນພາກໃຕ້ ຫວຽດນາມ. ກາລະໂອກາດ ແລະ ສິ່ງທ້າທາຍສຳລັບພື້ນຖານເສດຖະກິດ ແລະ ວິສາຫະກິດ ຫວຽດນາມ ເມື່ອບັນດາຂໍ້ກຳນົດຂອງ AEC ໄດ້ຮັບການປະຕິບັດແມ່ນເນື້ອໃນຕົ້ນຕໍ່ຂອງກອງປະຊຸມ, ທ່ານ ເລືອງຮ່ວາງທ໋າຍ ຫົວໜ້າກົມນະໂຍບາຍການຄ້າຫລາຍຝ່າຍໃຫ້ຮູ້ວ່າ: ເຂົ້າຮ່ວມ AEC ຫວຽດນາມ ໄດ້ຮັບບຸລິມະສິດ ແລະ ໄດ້ສ້າງກາລະໂອກາດພ້ອມກັບ ອາຊຽນ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດ ອາຊີຕາເວັນອອກຢ່າງເລິກເຊິ່ງກ້ວາງຂວາງ, ຄຽງຄູ່ກັນນັ້ນ, AEC ຈະປະກອບສ່ວນຊຸກຍູ້ວິວັດການປ່ຽນໃໝ່ເສດຖະກິດຂອງ ຫວຽດນາມ ໄປສູ່ພື້ນຖານເສດຖະກິດການຕະຫລາດ, ປ່ຽນແປງໂຄງປະກອບພື້ນຖານເສດຖະກິດຕາມທິດທັນສະໄໝຫັນເປັນອຸດສາຫະກຳພັດທະນາການສົ່ງອອກ ແລະ ດຶງດູດການລົງທຶນ.