ສະ​ໜາມຫຼວງ ງິງ​ຟອງ ຍາດ​ໄດ້​ລາງວັນ​ທັດ​ສະ​ນີ​ຍະ​ພາບ​ຕົວ​ເມືອງ ອາ​ຊີ

(VOVWORLD) -  ສະໜາມຫຼວງ ງິງຟອງ ຕັ້ງຢູ່ແຄມທະເລນະຄອນ ຕຸຍຮວ່າ, ແຂວງ ຝູອຽນ ຂອງ ຫວຽດນາມ ໄດ້ຮັບລາງວັນທັດສະນີຍະພາບຕົວເມືອງ ອາຊີ ປີ 2023 ໃນວັນທີ 17 ພະຈິກ ຢູ່ Busan, ສ.ເກົາຫຼີ.
ສະ​ໜາມຫຼວງ ງິງ​ຟອງ ຍາດ​ໄດ້​ລາງວັນ​ທັດ​ສະ​ນີ​ຍະ​ພາບ​ຕົວ​ເມືອງ ອາ​ຊີ - ảnh 1ສະໜາມຫຼວງ ງິງຟອງ (ພາບ: ມິງຕວານ)

ກິດຈະກຳດັ່ງກ່າວແມ່ນກິດຈະກຳໜຶ່ງດຽວຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ທີ່ໄດ້ຮັບການເຊີດຊູໃນປີນີ້.

ສະໜາມຫຼວງ ງິງຟອງ ໄດ້ຮັບການຕີລາຄາສູງຈາກຄະນະກຳມະການ ຍ້ອນວ່າແມ່ນສະຖານທີ່ໄດ້ຊ່ວຍສ້າງສາຍສຳພັນລະຫວ່າງລະຫວ່າງປະຊາຊົນນຳກັນ ແລະ ມີແນວຄິດການກໍ່ສ້າງທີ່ສົມບູນແບບ, ຮັບມືກັບເງື່ອນໄຂດິນຟ້າອາກາດທີ່ຮ້າຍແຮງຢູ່ທະເລໄດ້ເປັນຢ່າງດີ. ກິດຈະກຳດັ່ງກ່າວ ໄດ້ຮັບການກໍ່ສ້າງຈາກແນວຄວາມຄິດຂອງ ບໍລິສັດ Huni Architectes (ຝລັ່ງ). ຍ້ອນພາສາສະຖາປັດຕະຍາກຳທີ່ເຕັມໄປດ້ວຍຄວາມໝາຍພ້ອມກັບຮູບຊົງ ທີ່ມີຄວາມເປັນເອກະລັກສະເພາະຂອງທ້ອງຖິ່ນ, ກິດຈະກຳນີ້ ທັງມີຄວາມໃກ້ຊິດສະໜິດສະໜົມ ທັງມີຄຸນຄ່າວັດທະນະທຳສິລະປະສູງ.

ຕອບກັບ

ຂ່າວ/ບົດ​ອື່ນ