(VOVWORLD) - ຄະນະພັກການທະຫານສູນກາງ ໄດ້ສົມທົບກັບສະພາທິດສະດີສູນກາງ ພັກກອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ “ບາງບັນຫາທິດສະດີ, ພຶດຕິກຳຕົວຈິງກ່ຽວກັບການສ້າງກອງທັບປະຊາຊົນ ຫວຽດນາມ ທີ່ຍອດຢ້ຽມ, ກະທັດລັດ, ເຂັ້ມແຂງ, ມີຄຸນຄ່າ, ມີຄວາມໝາຍ ແລະ ພຶດຕິກຳຕົວຈິງ”.
ກອງປະຊຸມສຳມະນາ “ບາງບັນຫາທິດສະດີ, ພຶດຕິກຳຕົວຈິງກ່ຽວກັບການສ້າງກອງທັບປະຊາຊົນ ຫວຽດນາມ ທີ່ຍອດຢ້ຽມ, ກະທັດລັດ, ເຂັ້ມແຂງ, ມີຄຸນຄ່າ, ມີຄວາມໝາຍ ແລະ ພຶດຕິກຳຕົວຈິງ”. |
ຕອນບ່າຍວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ ໄດ້ສົມທົບກັບສະພາທິດສະດີສູນກາງ ພັກກອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ “ບາງບັນຫາທິດສະດີ, ພຶດຕິກຳຕົວຈິງກ່ຽວກັບການສ້າງກອງທັບປະຊາຊົນ ຫວຽດນາມ ທີ່ຍອດຢ້ຽມ, ກະທັດລັດ, ເຂັ້ມແຂງ, ມີຄຸນຄ່າ, ມີຄວາມໝາຍ ແລະ ພຶດຕິກຳຕົວຈິງ”.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານພົນເອກ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ໄດ້ຊີ້ແຈ້ງວ່າ:
“ການສ້າງກອງທັບປະຊາຊົນ ຫວຽດນາມ ທີ່ຍອດຢ້ຽມ, ກະທັດລັດ, ເຂັ້ມແຂງແມ່ນຄຳຮຽກຮ້ອງພາວະວິໄສເພື່ອຕອບສະໜອງຄຳຮຽກຮ້ອງໃນການສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມໃນສະພາບການໃໝ່. ດັ່ງນັ້ນ, ວິວັດການສ້າງກອງທັບທີ່ ຍອດຢ້ຽມ, ກະທັດລັດ, ເຂັ້ມແຂງ ໄດ້ຮຽກຮ້ອງຕ້ອງຊາບຊຶມ ແລະ ໝູນໃຊ້ທັດສະນະທິດສະດີລັດທິ ມາກ - ເລນິນ ກ່ຽວກັບການກໍ່ສ້າງກອງທັບແບບໃໝ່ຂອງຊົນຊັ້ນກຳມະກອນຢ່າງມີຫົວຄິດປະດິດສ້າງ; ແລະ ບົດຮຽນປະສົບການໃນກ່ວາ 4.000 ປີແຫ່ງການ ສ້າງສາ ແລະ ປົກປັກຮັກສາປະເທດຂອງຄົນລຸ້ນກ່ອນ, ພິເສດແມ່ນບົດຮຽນໃນການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່ຂອງກອງທັບປະຊາຊົນ ຫວຽດນາມ ໃນເກືອບ 80 ປີຜ່ານມາ”.
ທີ່ກອງປະຊຸມສຳມະນາ, ບັນດາບົດຄຳເຫັນໄດ້ສຸມໃສ່ເຮັດແຈ້ງການກໍ່ສ້າງກອງທັບປະຊາຊົນ ຫວຽດນາມ ທີ່ຍອດຢ້ຽມ, ກະທັດລັດ, ເຂັ້ມແຂງ ມີການໝູນໃຊ້ຢ່າງຖືກຕ້ອງ, ມີຫົວຄິດປະດິດສ້າງ ກ່ຽວກັບທັດສະນະລັດທິ ມາກ - ເລນິນ, ແນວຄິດການທະຫານຂອງປະທານ ໂຮ່ຈີມິນ, ແຜນນະໂຍບາຍ, ແນວທາງ, ທັດສະນະຂອງພັກກອມມູນິດ ຫວຽດນາມ ກ່ຽວກັບການສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່, ແມ່ນຄຳຮຽກຮ້ອງທີ່ຈຳເປັນ, ເໝາະສົມ, ຕອບສະໜອງສະພາບການຕົວຈິງປະຈຸບັນ.