ພາບປະກອບ
(vovworld) – ກອງປະຊຸມສຳມະນາກ່ຽວກັບການໄປຮ່ຳຮຽນຢູ່ຕ່າງປະເທດ ປະຈຳປີ CNN Conference 2016 ຂອງ Global CNNers - ອົງການຈັດຕັ້ງນັກສຶກສາໄປຮ່ຳຮຽນຢູ່ຕ່າງປະເທດໂຮງຮຽນມັດທະຍົມຕອນປາຍ ລົງເລິກພາສາຕ່າງປະເທດ, ຫາກໍ່ດຳເນີນຢູ່ຮ່າໂນ້ຍ ເພື່ອແນໃສ່ສ້າງຂົວເຊື່ອມຕໍ່ລະຫວ່າງນັກຮຽນ CNN ລຸ້ນຕ່າງໆໃນທົ່ວໂລກ. ນັກຮຽນນັບຮ້ອຍຄົນຢູ່ໂຮງຮຽນມັດທະຍົມຕອນປາຍລົງເລິກພາສາຕ່າງປະເທດຄົນເຂົ້າຮ່ວມກອງປະຊຸມສຳມະນານີ້.
ເນື້ອໃນກອງປະຊຸມສຳມະນາປີນີ້ລວມມີ: ບັນດາບົດປາຖະກະຖາ, ປຶກສາຫາລືມີລັກສະນະໂຄສະນາຂ່າວ ແລະ ຕິດຕໍ່ພົວພັນສູງກ່ຽວກັບການຮ່ຳຮຽນຢູ່ຕ່າງປະເທດ. ກອງປະຊຸມສຳມະນາບໍ່ພຽງແຕ່ສະໜອງຂໍ້ມູນຂ່າວກ່ຽວກັບການຮ່ຳຮຽນຢູ່ຕ່າງປະເທດເທົ່ານັ້ນ ຫາກຈຸດສຸມແມ່ນແລກປ່ຽນບົດຮຽນກ່ຽວກັບການຮ່ຳຮຽນຢູ່ຕ່າງປະເທດ, ຊ່ວຍບັນດານັກຮຽນໃນການຊອກຫາກາລະໂອກາດຮ່ຳຮຽນຢູ່ຕ່າງປະເທດ. ລາຍການໄດ້ສະໜອງຂໍ້ມູນຂ່າວເຊິ່ງລວມມີການຮ່ຳຮຽນຢູ່ ອາເມລິກາ, ອັງກິດ, ແຟງລັງ, ໂຮນລັງ, ຍີ່ປຸ່ນ, ສ. ເກົາຫຼີ.