ສ້າງຕັ້ງພະແນກທຸລະກຳຫຼັກຊັບ ຫວຽດນາມ ຕາມຮູບແບບບໍລິສັດ ແມ່ - ບໍລິສັດລູກ
(VOVWORLD) -VNX ແມ່ນບໍລິສັດແມ່ ເຊິ່ງໄດ້ຈັດຕັ້ງຕາມຮູບການບໍລິສັດຈຳກັດຜູ້ດຽວໂດຍ ທຶນຈົດທະບຽນ 100% ຂອງລັດ.
ສຳນັກງານພະແນກທຸລະກຳຫຼັກຊັບ ຮ່າໂນ້ຍ (ພາບ:hnx.vn) |
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫາກໍລົງນາມໃນຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ ພະແນກທຸລະກຳຫຼັກຊັບ ຫວຽດນາມ (VNX) ຕາມຮູບການບໍລິສັດແມ່ ແລະ ບໍລິສັດລູກ ບົນພື້ນຖານຊັບຊ້ອນຄື ພະແນກທຸລະກຳຫຼັກຊັບ ຮ່າໂນ້ຍ ແລະ ພະແນກທຸລະກຳຫຼັກຊັບ ນະຄອນໂຮ່ຈີມິນ. VNX ແມ່ນບໍລິສັດແມ່ ເຊິ່ງໄດ້ຈັດຕັ້ງຕາມຮູບການບໍລິສັດຈຳກັດຜູ້ດຽວໂດຍ ທຶນຈົດທະບຽນ 100% ຂອງລັດ. ພະແນກທຸລະກຳຫຼັກຊັບ ຫວຽດນາມ ມີໜ້າທີ່ຕົ້ນຕໍແມ່ນກໍ່ສ້າງ ແລະ ປະກາດໃຊ້ບັນດາກົດລະບຽບກ່ຽວກັບການຕິດປະກາດລາຄາຫຼັກຊັບ, ທຸລະກຳຫຼັກຊັບ ແລະ ການເຄື່ອນໄຫວຂອງຕະຫຼາດຫຼັກຊັບ; ປະກາດມາດຖານຕິດຕາມກວດກາທຸລະກຳ. ຂໍ້ຕົກລົງສະບັບດັ່ງກ່າວ ມີຜົນສັກສິດນັບແຕ່ວັນທີ 20 ກຸມພາ 2021 ເປັນຕົ້ນໄປ.