(vovworld) - ລັດຖະບານຫາກໍ່ອອກມະຕິສ້າງຕັ້ງສູນຊື້ຂາຍຢາລວມສູນແຫ່ງຊາດ ສັງກັດກະຊວງທາລະນະສຸກ. ສູນຊື້ຂາຍຢາລວມສູນແຫ່ງຊາດ ແມ່ນຫົວໜ່ວຍວິຊາການສັງກັດກະຊວງສາທາລະນະສຸກ, ມີບົດບາດໜ້າທີ່ຈັດຕັ້ງການປະມູນລາຄາຢາ ໃນບັນຊີຊື້ຂາຍຢາລວມສູນແຫ່ງຊາດ ໂດຍກະຊວງສາທາລະນະສຸກປະກາດໃຊ້ ແລະ ຈັດຕັ້ງການເຈລະຈາກ່ຽວກັບລາຄາຢາທີ່ມີຊື່ຢູ່ໃນບັນຊີຢາເຈລະຈາລາຄາຕາມຂໍ້ກຳນົດຂອງກົດໝາຍ. ສູນຊື້ຂາຍຢາລວມສູນແຫ່ງຊາດມີຖານະບຸກຄົນ, ມີການປະທັບ ແລະ ບັນຊີເພາະຕາມຂໍ້ກຳນົດຂອງກົດໝາຍ. ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກຳນົດລະອຽດກ່ຽວກັບໜ້າທີ່, ສິດອຳນາດ ແລະ ໂຄງປະກອບການຈັດຕັ້ງຂອງສູນຊື້ຂາຍຢາລວມສູນແຫ່ງຊາດ.