ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໂອ​ຕາ​ລິດ

(VOVWORLD) -ວັນທີ 23 ພະຈິກ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ໂອຕາລິດ. ເຂົ້າຮ່ວມກອງປະຊຸມມີທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ; ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ໂອຕາລິດ ປະຈຳ ຫວຽດນາມ Hans – Peter Glanzer.
ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໂອ​ຕາ​ລິດ - ảnh 1ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (ພາບ: TTXVN)

ໃນກອງປະຊຸມໃຫຍ່ດັ່ງກ່າວ, ບັນດາຜູ້ແທນໄດ້ຮັບຮອງເອົາຮ່າງກົດລະບຽບຂອງສະມາຄົມ, ທິດທາງການເຄື່ອນໄຫວໃນສະໄໝທຳອິດ; ເລືອກຕັ້ງຄະນະບໍລິຫານງານສູນກາງຂອງສະມາຄົມ ສະໄໝທີ I (2022 – 2027) ລວມມີກຳມະການ 35 ຄົນ; ໃນນັ້ນ ທ່ານ ເຈິ່ນຕວັນແອັງ, ຮອງປະທານສະຖາບັນບັນດິດ ວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ໂອຕາລິດ. ກ່າວຄຳເຫັນໃນຖານະເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ໂອຕາລິດ ສະໄໝທີ I, ທ່ານ ເຈິ່ນຕວັນແອັງ ໃຫ້ຮູ້ວ່າ:

“ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ໂອຕາລິດ ໄດ້ມີພື້ນຖານມາກ່ອນນີ້ 50 ປີແລ້ວ ແລະ ການກຳເນີດຂອງສະມາຄົມມິດຕະພາບ ຫວຽດນາມ - ໂອຕາລິດ ກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຮ່ວມມື ຫວຽດນາມ - ໂອຕາລິດ ຄົບຮອບ 50 ປີ ແມ່ນເຫດການທີ່ມີຄວາມໝາຍ, ສ້າງຂີດໝາຍສຳຄັນໃນການພົວພັນຮ່ວມມືລະຫວ່າງສອງປະເທດ, ກໍຄືສ້າງເງື່ອນໄຂເພື່ອປັບປຸງ ແລະ ເພີ່ມທະວີນ້ຳໃຈໄມຕີຈິດມິດຕະພາບການຮ່ວມມືລະຫວ່າງສອງປະເທດ. ຈຸດສຸມຂອງສະມາຄົມມິດຕະພາບ ຫວຽດນາມ - ໂອຕາລິດ ແມ່ນຊ່ວຍເພີ່ມທະວີການພົວພັນຮ່ວມມືພັດທະນາໃນຂົງເຂດວິທະຍາສາດເຕັກໂນໂລຢີວັດທະນະທຳ, ການສຶກສາ ແລະ ບຳລຸງສ້າງ ກໍຄືການພັດທະນາເສດຖະກິດລະຫວ່າງສອງປະເທດ. ໃນໄລຍະຈະມາເຖິງ, ສະມາຄົມດັ່ງກ່າວຈະສ້າງແຜນການປະຈຳປີ ຫຼືແຜນການ 5 ປີ ເພື່ອປະຕິບັດບັນດາເປົ້າໝາຍຂອງກອງປະຊຸມ.”


ຕອບກັບ

ຂ່າວ/ບົດ​ອື່ນ