(vovworld) – ກ່າວຄຳເຫັນທີ່ພິທີໄຂສົກຮຽນໃຫມ່ 2014 – 2015 ຂອງວິທະຍາຄານປ້ອງກັນປະເທດໃນຕອນເຊົ້າວັນທີ 16/9, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເນັ້ນໜັກວ່າ: ສ້າງສາ ແລະ ປົກປັກຮັກສາປະເທດຊາດຍາມໃດກໍ່ແມ່ນກົດເກັນມີຄວາມໝາຍເປັນຕາຍຂອງຊາດ ຫວຽດນາມ. ໃນສະພາບການໃຫມ່, ຫວຽດນາມ ຕ້ອງປະຕິບັດຈຸດໝາຍສູງສຸດແມ່ນປົກປັກຮັກສາເອກະລາດ, ອະທິປະໄຕຂອງປະເທດຊາດຢ່າງໝັ້ນຄົງ, ກໍ່ສ້າງພັກ, ລັດໃຫ້ໝັ້ນຄົງເຂັ້ມແຂງ, ກຳນົດກຳລັງພາຍໃນແມ່ນປັດໄຈຕັດສິນໃນການເພີ່ມທະວີກຳລັງແຮງແຫ່ງຊາດ. ໂດຍຢືນຢັນ ວິທະຍາຄານປ້ອງກັນປະເທດແມ່ນໜຶ່ງໃນບັນດາວິທະຍາຄານໃຫຍ່, ອັນດັບໜຶ່ງຂອງຊາດ, ມີໜ້າທີ່ບຳລຸງສ້າງ, ຝຶກອົບຮົມຖັນແຖວພະນັກງານການທະຫານຂັ້ນສູງ, ຄົ້ນຄ້ວາບັນດາບັນຫາຍຸດທະສາດກ່ຽວກັບການປ້ອງກັນຊາດ, ການທະຫານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຫວັງວ່າ: ວິທະຍາຄານຍູ້ແຮງ ແລະ ປະຕິບັດວຽກງານຄົ້ນຄ້ວາວິທະຍາສາດ, ສຸມໃສ່ເຂົ້າໃນການຄົ້ນຄ້ວາ, ທຳນາຍກົນອຸບາຍຂອງບັນດາກຳລັງທີ່ເປັນປໍລະປັກ... ເພື່ອຮັບມືກັບທຸກໆກໍລະນີຢ່າງທັນການ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເຊື່ອໝັ້ນວ່າ: ວິທະຍາຄານປ້ອງກັນປະເທດ ຈະກາຍເປັນສູນສຶກສາ - ບຳລຸງສ້າງ, ຄົ້ນຄ້ວາພັດທະນາວິທະຍາສາດສິລະປະການທະຫານອັນດັບໜຶ່ງຂອງກອງທັບ ແລະ ຂອງຊາດ, ມີອິດທິພົນຊື່ສຽງໃນພາກພື້ນ ແລະ ໂລກ.