ສ້າງທ່າສະໜາມປະຊາຊົນໃຫ້ໝັ້ນແກ່ນ, ຮັກສາສາຍພົວພັນກັບປະຊາຊົນຢ່າງແໜ້ນແຟ້ນ
(VOVWORLD) - ກອງພົນຕ້ອງປະຕິບັດໜ້າທີ່ການທະຫານປ້ອງກັນຊາດໃນສະພາບການໃໝ່ໃຫ້ເປັນຢ່າງດີ; ສືບຕໍ່ປັບປຸງທ່າສະໜາມປະຊາຊົນໃຫ້ໝັ້ນແກ່ນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມຈາກຂັ້ນຮາກຖານ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ຄະນະປະຕິບັດງານສູນກາງ ໄດ້ລົງໄປຢ້ຽມຢາມ ແລະ ເຮັດວຽກກັບກອງພົນ 15 (ພາບ: VOV) |
ຕອນເຊົ້າວັນທີ 5 ກັນຍາ, ຢູ່ ຢາລາຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ຄະນະປະຕິບັດງານສູນກາງ ໄດ້ລົງໄປຢ້ຽມຢາມ ແລະ ເຮັດວຽກກັບກອງພົນ 15. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ ກອງພົນຕ້ອງປະຕິບັດໜ້າທີ່ການທະຫານປ້ອງກັນຊາດໃນສະພາບການໃໝ່ໃຫ້ເປັນຢ່າງດີ; ສືບຕໍ່ປັບປຸງທ່າສະໜາມປະຊາຊົນໃຫ້ໝັ້ນແກ່ນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມຈາກຂັ້ນຮາກຖານ. ສືບຕໍ່ປະຕິບັດໜ້າທີ່ກຽມພ້ອມສູ້ຮົບ, ປະຕິບັດງານ, ອອກແຮງງານທຳການຜະລິດໃນຍຸກສະໄໝໃໝ່ ເປັນຢ່າງດີ; ເບິ່ງແຍງດູແລ, ຍົກສູງຊີວິດການເປັນຢູ່ຂອງກຳມະກອນ, ຊາວຜູ້ອອກແຮງງານຂອງກອງພົນ, ຜ່ານນັ້ນ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ໝູ່ບ້ານຕ່າງໆ. ພ້ອມດຽວກັນນັ້ນ, ກອງພົນ 15 ສືບຕໍ່ການສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມອບຂອງຂວັນໃຫ້ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງຢູ່ທ້ອງຖິ່ນ ແລະ ມອບຂອງຂວັນໃຫ້ແກ່ກອງພົນ 15. ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະປະຕິບັດງານ ກໍໄດ້ລົງໄປຢ້ຽມຢາມໂຮງໝໍເສນາຮັກ 15, ຂຶ້ນກັບກອງພົນ 15.