(vovworld) - ສ້າງພື້ນຖານບໍລິຫານລັດຖະການຢ່າງມີປະສິດທິຜົນ: ບາດກ້າວບຸກທະລຸແມ່ນສ້າງກົງຈັກພະນັກງານ, ລັດຖະກອນກະທັດລັດ ນີ້ແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີກະຊວງພາຍໃນ ຫງວຽນທ໋າຍບິ່ງ ເມື່ອຕອບຄຳຊັກຖາມຕໍ່ສະມາຊິກສະພາແຫ່ງຊາດ (ສສຊ) ໃນຕອນເຊົ້າວັນທີ 20/11. ຕາມທ່ານລັດຖະມົນຕີແລ້ວ, ໃນ 5 ປີຜ່ານມາ, ຈຳນວນລັດຖະກອນເພີ່ມເກືອບ 15%, ຂຶ້ນເຖິງ 280 ພັນຄົນ. ຈຳນວນພາລະກອນເພີ່ມເກືອບ 26%, ຂຶ້ນເຖິງ 380 ພັນຄົນ. ສາຍເຫດແມ່ນຍ້ອນສ້າງຕັ້ງບັນດາຫົວໜ່ວຍໃໝ່ ຫຼື ເພີ່ມບົດບາດໜ້າທີ່ໃຫ້ບັນດາຫົວໜ່ວຍເກົ່າ. ບາງຂົງເຂດທີ່ຈຳນວນພາລະກອນ, ລັດຖະກອນເພີ່ມຂຶ້ນແມ່ນຂົງເຂດສິ່ງແວດລ້ອມ, ທີ່ດິນ, ທະເລ ແລະ ໝູ່ເກາະ, ການທ່ອງທ່ຽວ... ເພື່ອເໝາະສົມກັບການພັດທະນາຂອງແຕ່ລະຂະແໜງ, ທ້ອງຖິ່ນ. ແຕ່ວ່າ, ທ່ານລັດຖະມົນຕີກະຊວງພາຍໃນຖືວ່າ ເພື່ອຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວຂອງພື້ນຖານບໍລິຫານລັດຖະການອົງປະກອບຂອງຖັນແຖວນີ້ຕ້ອງກະທັດລັດ.
“ທີໜຶ່ງແມ່ນ, ຕ້ອງເຮັດໃຫ້ອົງປະກອບກະທັດລັດ, ສຸມໃສ່ແຕ່ລະວຽກງານ, ກຳນົດທີ່ຕັ້ງວຽກງານ ພ້ອມທັງເພີ່ມເຕີ່ມ, ປັງປຸງມາດຖານນັ້ນສຳລັບລັດຖະກອນ, ເພີ່ມເຕີ່ມມາດຖານຕີລາຄາພະນັກງານລັດຖະກອນ, ພາລະກອນໃນແຕ່ລະປີ ບົນພື້ນຖານນັ້ນຈະປະຕິບັດນັບແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ. ໃນຕໍ່ໜ້າ, ນັບແຕ່ນີ້ຮອດປີ 2016 ບໍ່ເພີ່ມບັນຈຸ, ລັດຖະກອນ, ບໍ່ເພີ່ມພາລະກອນເວັ້ນເສຍແຕ່ກໍລະນີພິເສດ. ປະຕິບັດການຄຸ້ມຄອງບັນຈຸພະນັກງານເປັນເອກະພາບຂອງທັງລະບົບການເມືອງ”.
ນອກຈາກເລື່ອງເຮັດໃຫ້ກົງຈັກກະທັດລັດແລ້ວ, ທ່ານລັດຖະມົນຕີກະຊວງພາຍໃນ ຫງວຽນທ໋າຍບິ່ງ ກໍ່ຖືວ່າ: ຍົກສູງຄຸນນະພາບພະນັກງານລັດຖະກອນ, ຕີລາຄາແບ່ງປະເພດ ແມ່ນປັດໄຈສຳຄັນເພື່ອສ້າງພື້ນຖານບໍລິຫານລັດຖະການຢ່າງມີປະສິດທິຜົນ:
“ເວລາມໍ່ໆມານີ້, ວຽກງານຮັບສະໝັກມີແຜນຮ່າງປ່ຽນໃໝ່ວິທີຮັບສະໝັກລັດຖະກອນ, ເຊິ່ງໄດ້ຮັບການປະຕິບັດດ້ວຍຄອມພິວເຕີ 3 ໃນ 5 ບົດສອບເສັງ. ສິ່ງດັ່ງກ່າວພວມປະຕິບັດທົດລອງໃນທົ່ວປະເທດ. ພວກຂ້າພະເຈົ້າພວມມານະພະຍາຍາມເພີ່ມຫົວບົດ, ບົດສອບເສັງ, ເພີ່ມຄວາມເປັນລະບຽບຮຽບຮ້ອຍ, ການກວດກາກ່ອນ ແລະ ຫຼັງການເສັງ”
ໄປຄຽງຄູ່ກັບບັນດາມາດຕະການດັ່ງກ່າວ, ທ່ານລັດຖະມົນຕີກໍ່ໃຫ້ຮູ້ວ່າ: ລັດຖະບານຈະສືບຕໍ່ປະຕິບັດໂຄງການສັງລວມປະຕິຮູບບໍລິຫານແຫ່ງລັດໄລຍະ 2011 – 2020, ສືບຕໍ່ປະຕິຮູບລະບອບລັດຖະການ.
ຕອນບ່າຍວັນດຽວກັນ, ທ່ານລັດຖະມົນຕີກະຊວງພາຍໃນ ຫງວຽນທ໋າຍບິ່ງ ສືບຕໍ່ຕອບຄຳຊັກຖາມຂອງ ສສຊ. ຈາກນັ້ນ, ແມ່ນວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນບັກຊອນ.