(ພາບປະກອບ)
(vovworld)- ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍ່ເຊັນອະນຸມັດບັນຊີລາຍຊື່ ໂຄງການ “ສ້າງລະບົບສະໜອງປາຈາ, ປາບາຊາແບບຍືນຍົງຢູ່ຫວຽດນາມ“ ໂດຍສະຫະພາບເອີລົບ (ອີຢູ) ອຸປະຖຳ. ໂຄງການໄດ້ຊ່ວຍຍົກສູງລັກສະນະແກ້ງແຍ້ງສູງຂອງປາຈາຫວຽດນາມ ໃນຕະຫຼາດສາກົນ. ຜ່ານໂຄງການ, ອີຢູ ຈະໜູນຊ່ວຍໂດຍກົງລະບົບສະໜອງປາຈາທັງໝົດ, ຈາກຂອດນແນວພັນປາ, ການຜະລິດຫົວອາຫານ, ລ້ຽງ ແລະ ປຸງແຕ່ງປາຂອງຫວຽດນາມ ຕະຫຼອດຮອດບັນດານັກສົ່ງອອກນຳເຂົ້າ ແລະ ຜູ້ບໍລິໂພກອຸປະໂພກເວົ້າລວມ, ໃນນັ້ນມີອີຢູ ຊື່ງປະຈຸບັນພວມແມ່ນຕະຫຼາດໃຫ່ຍກ່ວາໝູ່ຂອງປາຈາຫວຽດນາມ.
ໂຄງການໄດ້ປະຕິບັດແຕ່ປີ 2013-2017, ໂດຍສຸມໃສ່ການຍົກສູງຄວາມສາມາດ, ຊຸກຍູ້ການຜະລິດທີ່ມີຄວາມຮັບຜິດຊອບ ເພື່ອແນໃສ່ຍົກສູງຄຸນນະພາບຜະລິດຕະພັນ, ຫລຸດຜ່ອນການກະທົບຕໍ່ສິ່ງແວດລ້ອມ ແລະ ຫລຸດຜ່ອນຄ່າໃຊ້ຈາຍການຜະລິດໃນລະດັບຕ່ຳສຸດ. ໂຄງການຍັງຊ່ວຍແລກປ່ຽນຂໍ້ມູນຂ່າວສານ, ໜູນຊ່ວຍດ້ານເຕັກນິກໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ບັນດານັກຜະລິດເອກະຊົນນຳໃຊ້ບັນດາມາດຖານໝັ້ນຄົງທີ່ພວມປະກາດໃຊ້ໃນປະຈຸບັນຂອງສະພາຄຸ້ມຄອງລ້ຽງປູກສິນໃນນ້ຳ. ປະຕິບັດການຜະລິດກະສິກຳທີ່ດີ ເພື່ອແນໃສ່ຍົກສູງລັກສະນະແກ້ງແຍ້ງຂອງຂະແໜງປາຈາໃນຕະຫຼາດໂລກ./.