ທ່ານ ຫງວຽນເທກີ໋,ຜູ້ອຳນວຍການໃຫຍ່ VOV
ພາບ:TTXVN
|
(vovworld)-ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດັກລັກ, ຕອນເຊົ້າວັນທີ 24/4, ທ່ານ ຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ໄດ້ເຂົ້າຮ່ວມພິທີມອບເຮືອນແຫ່ງສາຍຈິດມິດໃຈໃຫ້ປະຊາຊົນຊົນເຜົ່າສ່ວນຫນ້ອຍຢູ່ທ້ອງຖິ່ນຈຳນວນຫນຶ່ງ.
ກ່ອນຫນ້ານັ້ນ, ຕອນບ່າຍວັນທີ 23/4, ທ່ານ ຫງວຽນເທກີ໋ ໄດ້ໄປຢ້ຽມຢາມວິທະຍຸກະຈາຍສຽງສາຂາ ຢູ່ນະຄອນ ບວນມາທວດ ແລະ ຫ້ອງການຊ່ອງໂທລະພາບສະພາແຫ່ງຊາດ ສາຂາ ຢູ່ ໄຕງວຽນ ແລະ ສຳນັກງານ VOV ປະຈຳ ໄຕງວຽນ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ໄດ້ເວົ້າວ່າ:
“ພວກເຮົາຕ້ອງກຳນົດຍຸດທະສາດສ້າງ VOV ກາຍເປັນກຸ່ມສື່ສານ ລວມມີ: ກະຈາຍສຽງ, ໂທລະພາບ, ສື່ສິ່ງພິມ, ສື່ເອເລັກໂຕນິກ. ແຕ່ລະຮູບການທັງພັດທະນາຢ່າງແຮງ ທັງສົມທົບນຳກັນ, ຫນູນຊ່ວຍເຊິ່ງກັນ ແລະ ກັນຍູ້ແຮງເຄື່ອງໝາຍ VOV ພັດທະນາ.”