ສ້າງສູນອາຊຽນ ແລະ ຄະນະກຳມະການ ອາຊຽນ ປະຈຳ ຢູແກຼນໂດຍໄວ
(VOVWORLD) - ທ່ານ Yevhen Pikalov ໄດ້ເນັ້ນໜັກວ່າ ການສ້າງຕັ້ງສູນອາຊຽນ ແລະ ຄະນະກຳມະການອາຊຽນ ປະຈຳ ຢູແກຼນ ແມ່ນບາດກ້າວເດີນສຳຄັນໃນແຜນການເປີດກ້ວາງການພົວພັນລະຫວ່າງ ຢູແກຼນ ກັບ ອາຊຽນ, ພ້ອມທັງຈະເປີດການເພີ່ມຊ່ອງຂໍ້ມູນຂ່າວສານທີ່ມີປະສິດທິຜົນຕື່ມອີກ ເພື່ອແນໃສ່ໂຄສະນາພາບພົດ, ເພີ່ມທະວີການພົວພັນແລກປ່ຽນ ວັດທະນະທຳ, ວິຊາການສຶກສາ ລະຫວ່າງ ຢູແກຼນ ແລະ ອາຊຽນ.
ທ່ານ ຫງວຽນຕວັນແອງ ເອກອັກຄະລັດຖະທູດ ຫວຽດນາມ ພ້ອມກັບບັນດາທ່ານເອກອັກຄະລັດຖະທູດ ອາຊຽນ ແລະ ທ່ານ Yuddi Chrisnandi ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຢູແກຼນ |
ວັນທີ 17 ພະຈິກ, ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານ Yuddi Chrisnandi ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຢູແກຼນ, ທ່ານ ຫງວຽນຕ໊ວນແອັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຢູແກຼນ ໄດ້ເຂົ້າຮ່ວມການເຮັດວຽກລະຫວ່າງ ເອກອັກຄະລັດຖະທູດ 3 ທ່ານ ຂຶ້ນກັບ ພາກພື້ນອາຊຽນ ແລະ ທ່ານ Yevhen Pikalov ຫົວໜ້າກົມອາຊີ - ປາຊີຟິກ ຂຶ້ນກັບກະຊວງການຕ່າງປະເທດ ຢູແກຼນນະທີ່ນີ້, ທ່ານ Yevhen Pikalov ໄດ້ເນັ້ນໜັກວ່າ ການສ້າງຕັ້ງສູນອາຊຽນ ແລະ ຄະນະກຳມະການອາຊຽນ ປະຈຳ ຢູແກຼນ ແມ່ນບາດກ້າວເດີນສຳຄັນໃນແຜນການເປີດກ້ວາງການພົວພັນລະຫວ່າງ ຢູແກຼນ ກັບ ອາຊຽນ, ພ້ອມທັງຈະເປີດການເພີ່ມຊ່ອງຂໍ້ມູນຂ່າວສານທີ່ມີປະສິດທິຜົນຕື່ມອີກ ເພື່ອແນໃສ່ໂຄສະນາພາບພົດ, ເພີ່ມທະວີການພົວພັນແລກປ່ຽນ ວັດທະນະທຳ, ວິຊາການສຶກສາ ລະຫວ່າງ ຢູແກຼນ ແລະ ອາຊຽນ. ກະຊວງການຕ່າງປະເທດ ຢູແກຼນ ໄດ້ຕີລາຄາສູງ ແລະ ສະເໜີໃຫ້ບັນດາເອກອັກຄະລັດຖະທູດ ສືບຕໍ່ສົມທົບກັບກະຊວງການຕ່າງປະເທດ ຢູແກຼນ ເພື່ອຜັນຂະຫຍາຍບັນດາຂໍ້ລິເລີ່ມ ເພື່ອແນໃສ່ຊຸກຍູ້ການພົວພັນກັບອາຊຽນໃຫ້ຫຼາຍກ່ວາອີກ. ບັນດາເອກອັກຄະລັດຖະທູດ ໄດ້ເຫັນດີເປັນເອກະພາບກັບທ່ານ Pikalov ກ່ຽວກັບຂັ້ນຕອນການຜັນຂະຫຍາຍການ ສ້າງຕັ້ງສູນ ອາຊຽນຢູ່ມະຫາວິທະຍາໄລ Tara Shevchenko.
ນັກຂ່າວ VOV ປະຈຳລັດເຊຍ