ສ້າງເຄືອຂ່າຍເພດຊາຍເຂົ້າຮ່ວມການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍແລະລົບລ້າງການໃຊ້ຄວາມຮຸນແຮງທາງເພດ
(VOVWORLD) -ເປົ້າໝາຍສ້າງຄວາມສະເໝີພາບໃນໂຄງການດຳເນີນງານກ່ຽວກັບການພັດທະນາແບບຍືນຍົງຮອດປີ 2030 ຂອງຫວຽດນາມ ຈະໄດ້ຮັບການຍູ້ໄວ.
ສະເໝີຕົວສະໂມສອນເພດຊາຍເພດຊາຍຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ
(ພາບປະກອບ: phunuonline.com.vn)
|
ວັນທີ 02 ມີນາ, ເປັນຄັ້ງທຳອິດເວທີປາໄສລະດັບຊາດ “ເພດຊາຍເຂົ້າຮ່ວມການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ລົບລ້າງການໃຊ້ຄວາມຮຸນແຮງທາງເພດ” ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 200 ທ່ານ, ລວມທັງເຂົ້າຮ່ວມໂດຍກົງ ແລະ ອອນລາຍ. ທີ່ເວທີປາໄສ, ບັນດາອົງການຈັດຕັ້ງ ແລະ ບັນດາກຸ່ມ, ສະໂມສອນເພດຊາຍໃນທົ່ວປະເທດແນະນຳ, ແບ່ງປັນບັນດາຮູບແບບ, ບົດຮຽນ ແລະ ສິ່ງທ້າທາຍໃນການລະດົມການເຂົ້າຮ່ວມຂອງເພດຊາຍເຂົ້າໃນວຽກງານຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການປ້ອງກັນ, ຮັບມືກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ. ບັນດາຜູ້ແທນໄດ້ເປັນເອກະພາບສ້າງຕັ້ງເຄືອຂ່າຍເພດຊາຍ ເຂົ້າຮ່ວມການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ລົບລ້າງການໃຊ້ຄວາມຮຸ້ນແຮງທາງເພດ.
ທ່ານ Kamal Malhotra, ຜູ້ປະສານງານປະຈຳສະຫະປະຊາຊາດ ຢູ່ຫວຽດນາມ, ເນັ້ນໜັກວ່າ: ດ້ວຍຄວາມຕັ້ງໜ້າເຂົ້າຮ່ວມຂອງເພດຊາຍ, ແມ່ຍິງ ແລະ ເພດອື່ນ, ວິວັດທະນາການບັນລຸໄດ້ບັນດາເປົ້າໝາຍສ້າງຄວາມສະເໝີພາບໃນໂຄງການດຳເນີນງານກ່ຽວກັບການພັດທະນາແບບຍືນຍົງຮອດປີ 2030 ຂອງຫວຽດນາມ ຈະໄດ້ຮັບການຍູ້ໄວ.