(ພາບ: baomoi.com.vn)
(vovworld)-ທີ່ວາລະປະຊຸມນັດສາມັນຂອງລັດຖະບານເມື່ອວັນທີ 29/5, ທ່ານກາວດຶກຟາດ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ລາຍງານຕໍ່ລັດຖະບານກ່ຽວກັບການສ້າງຮ່າງມະຕິຕົກລົງກ່ຽວກັບບາງນະໂຍບາຍພັດທະນາສິນໃນນ້ຳ. ໜ້າເອົາໃຈໃສ່ແມ່ນ, ຕາມຮ່າງມະຕິຕົກລົງ, ລັດຖະບານຈະຫລຸດຜ່ອນອັດຕາດອກເບັ້ຍເພື່ອໃຫ້ຊາວປະມົງກູ້ຢືມທຶນຕໍ່ກຳປັ່ນ, ດັດແປງກຳປັ່ນຂຸດຄົ້ນສິນທະເລ, ລົງທຶນພື້ນຖານເຂດລ້ຽງ, ຜະລິດແນວພັນສິນໃນນ້ຳ; ສ້າງກົນໄກສະດວກສະບາຍໃນການນຳໃຊ້ຊັບສິນແມ່ນສິນໃນນ້ຳລ້ຽງ, ກຳປັ່ນຫາປາເພື່ອຮັບປະກັນທຶນກູ້ຢືມ, ກຳນົດບັນດາເງື່ອນໄຂໃຫ້ກູ້ຢືມ
ກ່ຽວກັບຂ່າວດັ່ງກ່າວ, ອ້າຍເຈິ່ນກວາງຈຸງ, ຊາວປະມົງຕາແສງແຫງ້ຍອານ, ແຂວງກວາງຫງ້າຍ ໃຫ້ຮູ້ວ່າ:
“ເມື່ອກ່ອນຕ້ອງມີຊັບສິນຄ້ຳປະກັນຈຶ່ງໄດ້ກູ້ຢືມທຶນ. ຖ້າລັດລົບລ້າງນະໂຍບາຍເກົ່າ, ມີການໃຫ້ບຸລິມະສິດໃໝ່, ຊາວປະມົງຈຶ່ງລົງທຶນຕໍ່ກຳປັ່ນຢ່າງງ່າຍດາຍກ່ວາ. ໄດ້ກູ້ຢືມທຶນບຸລິມະສິດເຖິງ 90% ເພື່ອຕໍ່ກຳປັ່ນຫຸ້ມເຫຼັກ, ຄຸນຄ່າຂອງກຳປັ່ນຈະດີກ່ວາອີກ“.
ບັນດາເນື້ອໃນລະບຸໃນຮ່າງມະຕິຕົກລົງໄດ້ຮັບການຕີລາຄາທີ່ຕັ້ງໜ້າຂອງບັນດາ ສສຊ. ທ່ານດັ້ງງອກຕຸ່ງ ສສຊ ແຂວງດົ່ງນາຍ ໃຫ້ຮູ້ວ່າ:
“ໃນວາລະປະຊຸມຂອງລັດຖະບານເມື່ອວັນທີ 29/5, ກໍ່ມີບັນດາລັດຖະນະໂຍບາຍທີ່ດີທີ່ສຸດສຳລັບຊາວປະມົງ, ພິເສດແມ່ນຊາວປະມົງຫາປາຢູ່ໄກຝັ່ງ. ແຜນນະໂຍບາຍໃຫ້ກູ້ຢືມທຶນເພື່ອຕໍ່ກຳປັ່ນຫຸ່ມເຫຼັກເຖິງ 90% ໃນໄລຍະເວລາ 10 ປີແຕ່ອັດຕາດອກເບັ້ຍພຽງ 3% ເທົ່ານັ້ນແມ່ນດີທີ່ສຸດ“.
ຂ່າວດັ່ງກ່າວໄດ້ນຳມາເຊິ່ງຄວາມເບີກບານມ່ວນຊື່ນໃຫ້ແກ່ຊາວ ປະມົງ. ຫວໍ້ແທງເຊີນ, ຊາວປະມົງຕາແສງແຫງ້ຍອານ, ນະຄອນກວາງຫງ້າຍ, ແຂວງກວາງຫງ້າຍ ໃຫ້ຮູ້ວ່າ:
“ພັກ ແລະ ລັດມີນະໂຍບາຍສ້າງເງື່ອນໄຂສະດວກໃຫ້ແກ່ຊາວປະມົງ, ຂ້າພະເຈົ້າກໍ່ມີຄວາມເຫັນດີເຫັນພ້ອມ ແລະ ສະໜັບສະໜູນ. ສະເພາະຂ້າພະເຈົ້າເອງ ຖ້າຫາກລັດໃຫ້ກູ້ຢືມທຶນເພື່ອສາມາດຕໍ່ກຳປັ່ນຫຸ້ມເຫຼັກເພື່ອອອກ ສູ່ທະເລ ທຳມາຫາກິນພັດທະນາເສດຖະກິດແບບຍືນຍົງ“.
ຕາມທ່ານຟານຮຸຍຮ່ວາງ, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງກວາງຫງ້າຍ, ເລື່ອງລັດຖະບານສ້າງນະໂຍບາຍພັດທະນາສິນໃນນ້ຳ ຈຳນວນໜຶ່ງ, ໃນນັ້ນມີການໜູນຊ່ວຍດ້ານທຶນຮອນໃຫ້ແກ່ຊາວປະມົງຕໍ່ກຳປັ່ນ ຫຸ້ມເຫຼັກແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ແທດເໝາະກັບຄວາມມຸ່ງຫວັງຂອງປະຊາຊົນ:
“ຂ້າພະເຈົ້າຖືວ່າ, ນີ້ແມ່ນແຜນນະໂຍບາຍຖືກຕ້ອງ ແລະ ຕິດພັນກັບຕົວຈິງ, ກ້າລົງທຶນໃຫ້ຊາວປະມົງຕໍ່ກຳປັ່ນຫຸ້ມເຫຼັກ, ອອກໄປຫາປາຢູ່ໄກຝັ່ງ ແລະ ປະກອບສ່ວນປົກປັກຮັກສາອະທິປະໄຕປະເທດຊາດ. ກຳປັ່ນຫຸ້ມເຫຼັກມີຄວາມປອດໄພກ່ວາ, ທັນສະໄຫມກ່ວາ, ອັນໄດ້ສ້າງບາດກ້າວບຸກທະລຸໃນການຫັນອາຊີບຫາປາເປັນທັນສະໄໝ“
ຕາມຮ່າງມະຕິຕົກລົງທີ່ກະຊວງກະສິກຳ ແລະ ພັດທະນາຊົນນະບົດຍື່ນສະເໜີຕໍ່ລັດຖະບານ, ນະໂຍບາຍປະກັນໄພກໍ່ຈະເປີດກ້ວາງເປົ້າໝາຍ ແລະ ຂອບເຂດນຳໃຊ້ເມື່ອທຽບກັບນະໂຍບາຍປະກັນໄພທີ່ປະຈຸບັນໄດ້ນຳໃຊ້ໃຫ້ແກ່ການຂຸດຄົ້ນ ແລະ ການບໍລິການຂຸດຄົ້ນສິນທະເລຢູ່ເຈື່ອງຊາ, ຮ່ວາງຊາ, ຮ້ານເຈາະນຳມັນ DK 1.
ພາຍຫຼັງວາລະປະຊຸມເມື່ອຕອນບ່າຍວັນທີ 30/5, ລັດຖະບານມອບໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສືບຕໍ່ສ້າງຮ່າງມະຕິເປັນສົມບູນແບບ, ສະເໜີລັດຖະບານປະກາດໃຊ້ໃນໄວລາໄວທີ່ສຸດ ./.