ສ້າງເງື່ອນໄຂສະດວກກ່ຽວກັບລະບຽບການເຂົ້າ-ອອກເມືອງໃຫ້ຊາວຕ່າງປະເທດເຂົ້າຫວຽດນາມຊຸກຍູ້ການລົງທຶນ,ພັດທະນາເສດຖ
ແຂກທ່ອງທ່ຽວຕ່າງປະເທດຢູ່ສະໜາມບິນ ເຕີນເຊີເຍີດ
(ພາບ: HTD)
(vovworld) – ສ້າງເງື່ອນໄຂສະດວກກ່ຽວກັບລະບຽບການເຂົ້າ - ອອກເມືອງໃຫ້ຊາວຕ່າງປະເທດເຂົ້າ ຫວຽດນາມ ຊຸກຍູ້ການລົງທຶນ, ພັດທະນາເສດຖະກິດ - ນີ້ແມ່ນເນື້ອໃນທີ່ຜູ້ແທນຫຼາຍທ່ານໄດ້ຍົກອອກມາທີ່ກອງປະຊຸມສຳມະນາປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການເຂົ້າ, ອອກເມືອງ, ການອາໄສຂອງຊາວຕ່າງປະເທດ ຢູ່ ຫວຽດນາມ, ໂດຍຄະນະສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈີມິນ ຈັດຕັ້ງໃນວັນທີ 17/2. ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ປະຈຸບັນ, ປະເທດພວມເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລີກເຊິ່ງ, ກ້ວາງຂວາງ, ເລື່ອງສ້າງເງື່ອນໄຂສະດວກກ່ຽວກັບລະບຽບການເຂົ້າ, ອອກເມືອງເພື່ອດຶງດູດບັນດາແຫຼ່ງກຳລັງ, ພັດທະນາເສດຖະກິດແມ່ນຈຳເປັນ. ໃນບັນດາກົດລະບຽບກ່ອນນີ້, ລັດໄດ້ອອກໜັງສືໃບອະນຸຍາດໃຫ້ແຂກຕ່າງປະເທດ ໂດຍບັນດາວິສາຫະກິດທ່ອງທ່ຽວສາກົນຂອງ ຫວຽດນາມ ຈັດຕັ້ງເຂົ້າເມືອງຢ້ຽມຢາມ, ທ່ອງທ່ຽວ, ພ້ອມທັງ, ກຳນົດກ່ຽວກັບການອອກວີຊາສ່ວນຕົວໃຫ້ນັກທ່ອງທ່ຽວ. ນີ້ແມ່ນບາດກ້າວບຸກທະລຸ, ສ້າງຄວາມສະດວກເພື່ອສົ່ງເສີມການທ່ອງທ່ຽວພັດທະນາ. ເຖິງຢ່າງໃດກໍ່ຕາມ, ໃນຮ່າງກົດໝາຍ ບໍ່ເຕື້ອງເຖິງບັນຫານີ້ເທື່ອ, ຫາກພຽງແຕ່ກຳນົດອອກວີຊາໃຫ້ແຂກທ່ອງທ່ຽວມີຄວາມຕ້ອງການສິ່ງດັ່ງກ່າວ, ຈະກໍ່ຄວາມຫຍຸ້ງຍາກໃຫ້ອົງການອອກວີຊາ. ບັນດາຜູ້ແທນສະເໜີວ່າ: ຮ່າງກົດໝາຍຄວນກຳນົດກ່ຽວກັບການອອກໜັງສືໃບອະນຸຍາດຢ້ຽມຢາມ, ທ່ອງທ່ຽວໃຫ້ແຂກຕ່າງປະເທດເຂົ້າເມືອງຢ້ຽມຢາມ, ທ່ອງທ່ຽວເພື່ອພັດທະນາຂະແໜງທ່ອງທ່ຽວ.