ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ແລະ ທ່ານປະທານສະພາ
ແຫ່ງຊາດລາຊະອານາຈັກ ກຳປູເຈຍ Samdech Heng Samrin
(ພາບ: VGP)
(vovworld) - ຕອນເຊົ້າວັນທີ 15/03, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດລາຊະອານາຈັກ ກຳປູເຈຍ Samdech Heng Samrin ຕາມພິທີທາງການທູດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ໃຫ້ຮູ້ວ່າ: ທີ່ກອງປະຊຸມສະໄໝສາມັນເທື່ອທີ 15 ຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ແລະ ກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 9, 2 ຝ່າຍໄດ້ແລກປ່ຽນ, ຊອກຫາບັນດາມາດຕະການເໝາະສົມ ເພື່ອຊຸກຍູ້ການພົວພັນ 2 ປະເທດພັດທະນາໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດເສດຖະກິດ ເພື່ອເຮັດແນວໃດ ໃຫ້ການຮ່ວມມືເສດຖະກິດ 2 ປະເທດສົມກັບການພົວພັນດ້ານການເມືອງອັນດີງາມລະຫວ່າງ 2 ປະເທດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງ ມິງ ສະເໜີສະພາແຫ່ງຊາດ ກຳປູເຈຍ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ຫວຽດນາມ ມາລົງທຶນດຳເນີນທຸລະກິດຢູ່ ກຳປູເຈຍ ກໍ່ຄືສ້າງເງື່ອນໄຂສະດວກໃຫ້ແກ່ພໍ່ແມ່ປະຊາຊົນ ຫວຽດນາມ ດຳລົງຊີວິດ ຢູ່ ກຳປູເຈຍ ເປັນປົກກະຕິ.
ສ່ວນທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນຮ່ວມມື 2 ປະເທດໃນໄລຍະຜ່ານມາ. 2 ຝ່າຍຕີລາຄາສູງເລື່ອງ 2 ປະເທດຈັດຕັ້ງບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (24/06/1967 – 24/06/2017).