ສ້າງເສັ້ນຊາຍແດນສັນຕິພາບ,ສະຖຽນລະພາບເພື່ອອະທິປະໄຕຄວາມສະຫງົບປອດໄພແຫ່ງຊາດ
ທ່ານພົນໂທ ຫງວຽນຈີ໋ວິງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
(ພາບ: bienphong.com.vn)
(vovworld) - ວັນທີ 15/08 ຢູ່ນະຄອນ ເຫວ້, ກອງບັນຊາການທະຫານປ້ອງກັນຊາຍແດນ ຈັດຕັ້ງກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດກົດລະບຽບສົມທົບກັນລະຫວ່າງຄະນະພັກທະຫານປ້ອງກັນຊາຍແດນ ແລະ 44 ຄະນະພັກແຂວງ, ຄະນະພັກນະຄອນທີ່ມີເສັ້ນຊາຍແດນແຫ່ງຊາດໃນທົ່ວປະເທດ. ໂດຍຜ່ານ 5 ປີແຫ່ງການປະຕິບັດ, 44 ແຂວງ, ນະຄອນມີເສັ້ນຊາຍແດນແຫ່ງຊາດ, ບັນດາດ່ານຊາຍແດນສາກົນໄດ້ຜັນຂະຫຍາຍການປະຕິບັດຢ່າງຄົບຊຸດ, ນຳມາໃຫ້ປະສິດທິຜົນສູງ ໃນການກໍ່ສ້າງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບເພື່ອອະທິປະໄຕຄວາມສະຫງົບປອດໄພຢູ່ເຂດຊາຍແດນ, ຮັກສາດີລະບົບບອບສື່ສານ, ແລກປ່ຽນສະພາບການທີ່ກ່ຽວຂ້ອງເຖິງໜ້າທີ່ກໍ່ສ້າງ, ຄຸ້ມຄອງ, ປົກປັກຮັກສາອະທິປະໄຕຄວາມສະຫງົບປອດໄພຢູ່ເຂດຊາຍແດນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ໋ວິງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຢືນຢັນວ່າ: ກຳລັງປ້ອງກັນຊາຍແດນພ້ອມກັບອຳນາດການປົກຄອງ, ປະຊາຊົນພາຍໃນປະເທດປົກປັກຮັກສາອະທິປະໄຕຄວາມສະຫງົບປອດໄພຢູ່ເຂດຊາຍແດນແຫ່ງຊາດຢ່າງໝັ້ນຄົງ; ຕໍ່ສູ້ກັບບັນດາອາດຊະຍາກຳຢ່າງມີປະສິດທິຜົນ, ປະຕິບັດໜ້າທີ່ຊ່ວຍປະຊາຊົນພັດທະນາເສດຖະກິດ - ສັງຄົມ, ກູ້ໄພກູ້ຊີບເປັນຢ່າງດີ. ຜ່ານນັ້ນ ປະຊາຊົນບັນດາເຜົ່າເຂດຊາຍແດນກໍ່ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວ, ຂະບວນການປົກປັກຮັກສາຊາຍແດນ ໂດຍທະຫານປ້ອງກັນຊາຍແດນປຸກລະດົມ; ເຂົ້າຮ່ວມການກໍ່ສ້າງພື້ນຖານປ້ອງກັນຊາຍແດນທົ່ວປວງຊົນຢ່າງໝັ້ນຄົງເຂັ້ມແຂງ, ສ້າງກຳລັງປ້ອງກັນຊາຍແດນທີ່ຕອບສະໜອງຄວາມຮຽກຮ້ອງປົກປັກຮັກສາປະເທດຊາດໃນສະພາບການໃໝ່.