(vovworld) - ວັນທີ 2/8, ກະຊວງສາທາລະນະສຸກ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ສ້າງແຜນຮ່າງປະຕິບັດວິວັດການກ້າວໄປເຖິງການປະກັນສຸຂະພາບທົ່ວປວງຊົນໄລຍະ 2012 – 2015 ແລະ 2020” ດ້ວຍການເຂົ້າຮ່ວມຂອງຜູ້ຕ່າງໜ້າບັນດາໂຮງໝໍ, ບັນດາກະຊວງ, ຂະແໜງການ, ພະແນກສາທາລະນະສຸກ ແລະ ປະກັນໄພສັງຄົມຢູ່ບັນດາແຂວງ, ນະຄອນ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ Nguyen Thi Kim Tien ໄດ້ຢືນຢັນວ່າ: ປະຕິບັດການປະກັນສຸຂະພາບທົ່ວປວງຊົນແມ່ນສ້າງກົນໄກການເງິນ ມຸ່ງໄປເຖິງຈຸດໝາຍຮັບປະກັນໃຫ້ປະຊາຊົນທຸກຄົນລ້ວນແຕ່ໄດ້ສຳພັດກັບບັນດາການບໍລິການເບິ່ງແຍງ, ດູແລສຸຂະພາບທີ່ເປັນພື້ນຖານ ຫາກບໍ່ອີ່ງໃສ່ຄວາມສະມາດຈ່າຍເງິນຂອງປະຊາຊົນ. ທ່ານນາງລັດຖະມົນຕີກໍໄດ້ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ການໂຄສະນາກ່ຽວກັບປະກັນສຸຂະພາບ ຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ເທົ່າທີ່ຄວນ ແລະ ຍັງບໍ່ທັງໂຄສະນາໄດ້ລັກສະນະວັດທະນະທຳມະນຸດຂອງປະກັນສຸຂະພາບ ໃນການແບງປັ່ນລະຫວ່າງຜູ້ແຂງແຮງກັບຄົນເຈັບ ແລະ ຫຼີກລ້ຽງຄວາມສຽງດ້ານການເງິນເມື່ອເປັນພະຍາດ, ພິເສດແມ່ນສຳຫຼັບຄົນທຸກຍາກ. ລັດຈະມີການໜູນຊ່ວຍທີ່ຈຳເປັນໃຫ້ບັນດາຄອບຄົວໃກ້ຈະທຸກຍາກ ແລະ ທຸກຍາກ. ເລື່ອງສືບຕໍ່ເປີດກວ້າງການເຂົ້າຮ່ວມຂອງບັນດາກຸ່ມເປົ້າໝາຍນີ້ ຮຽກຮ້ອງໃຫ້ມີການສົບທົບກັນລະຫວ່າງຂະແໜງຕ່າງໆ ຢ່າງແໜ້ນແຟ້ນໃນວຽກງານແນະນຳ, ກວດກາ, ຕິດຕາມກວດກາ ການປະຕິບັດນະໂຍບາຍປະກັນສຸຂະພາບ ແລະ ຈັດຕັ້ງການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍສັງຄົມເປັນຢ່າງດີ.