ສ້າງໂຄງການວິທະຍາສາດເຕັກໂນໂລຊີ ເຂດໄຕບັກ ພັດທະນາແບບຍືນຍົງ

ສ້າງໂຄງການວິທະຍາສາດເຕັກໂນໂລຊີ      ເຂດໄຕບັກ ພັດທະນາແບບຍືນຍົງ - ảnh 1
ຮູບພາບຢູ່ ເຂດໄຕບັກ
ພາບ:yenbai.gov.vn


(vovworld)- “​ສ້າງ​ໂຄງການວິ​ທະຍາ​ສາດ - ​ເຕັກ​ໂນ​ໂລ​ຊີ​ຈຸດ​ສຸມ​ຂັ້ນ​ລັດ, ຮັບ​ໃຊ້​ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ເຂດ ​ໄຕ​ບັກ (ໝາຍ​ເຖິງ​ເຂດ​ຕາ​ເວັນ​ຕົກ​ສຽງ​ເຫນືອ​ຂອງ​ຫວຽດນາມ” ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ຄະນະ​ຊີ້​ນຳ​ເຂດ​ໄຕ​ບັກ ສົມທົບ​ກັບ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 11/4 ຢູ່ ຮ່າ​ໂນ້ຍ. ບັນດາ​ຜູ້​ແທນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ເຂດ​ໄຕ​ບັກ ​ແມ່ນ​ສະຖານ​ທີ່​ຍຸດ​ທະ​ສາດ​ສຳຄັນ​ຂອງ​ປະ​ເທດ​ຊາດ, ມີ​ຄວາມ​ສາມາດ​ບົ່​ມຊ້ອນ​ ​ແລະ ທ່າ​ໄດ້​ປຽບ​ໃນການ​ພັດທະນາ ຫລາຍ​ຢ່າງ ​ແຕ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​​​ເໝາະ​ສົມ. ທ່ານ Dinh Van Cuong ຮອງ​ຫົວ​ຫນ້າ​ຄະນະ​ຊີ້​ນຳ​ເຂດ ​ໄຕ​ບັກ ​ໃຫ້​ຮູ້​ວ່າ: “​ໂຄງການ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ໄຕ​ບັກ ຕ້ອງ​ຄົ້ນ​ຄ້ວາ ​ແລະ ຕີ​ລາຄາ​ຢ່າງ​ເຕັມສ່ວນ​ກ່ຽວ​ກັບ​ສະພາບ​ການ​ຕົວ​ຈິງ​ຂອງ​ເຂດ​ຄື: ສິ່ງ​ແວດ​ລ້ອມ, ດິນ​ຟ້າ​ອາກາດ, ທີ່​ດິນ, ​ເສດຖະກິດ, ປະຊາກອນ… ບົນ​ພື້ນຖານ​ນັ້ນ ສ້າງ​ຮູບ​ແບບ​ພັດທະນາ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ຄົ້ນ​ຄ້ວາ​ກົນ​ໄກ, ນະ​ໂຍບາຍ​ພິ​ເສດສະ​ເພາະ​ທີ່​ມີ​ຕໍ່​ເຂດ, ຕອບ​ສະ​ຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​​ໃນ​ການ​ນຳ​ໃຊ້ ​ແລະ ​ຖ່າຍ​ທອດ​ຄວາມ​ກ້າວຫນ້າ​ວິທະຍາສາດ​ເຕັກນິກ​ໃຫ້​ສອດ​ຄ່ອງ​ກັບ​ວິວັດ​ການ​ບຳລຸງ​ສ້າງ​      ແຫ​ລ່ງຊັບພະຍາກອນ​ມະນຸດ​ຢູ່​ທີ່​ນີ້.”

 

ຕອບກັບ

ຂ່າວ/ບົດ​ອື່ນ