ສ້າງໂຄງປະກອບຂະແໜງການທ່ອງທ່ຽວຄືນໃໝ່ຕາມຫຼັກການຕະຫລາດ,ວິຊາການ,ທັນສະໄໝ

ສ້າງໂຄງປະກອບຂະແໜງການທ່ອງທ່ຽວຄືນໃໝ່ຕາມຫຼັກການຕະຫລາດ,ວິຊາການ,ທັນສະໄໝ - ảnh 1
ທ່ານ​ຮອງ​ນາຍ​ົກລັດຖະມົນຕີ ​ເວື​ອງດີງ​ເຫວ້ ທີ່ການເຮັດວຽກ
(ພາບ: Toquoc)

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 14/09 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍ​ົກລັດຖະມົນຕີ ​ເວື​ອງດີງ​ເຫວ້ ​ແລະ ທ່ານ​ຮ​ອງນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເປັນ​ປະທານ​ການ​ເຮັດ​ວຽກ, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ຮ່າງ​ພັດທະນາ​ການທ່ອງ​ທ່ຽວ​ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາຍແຫຼມ​ຂອງ​ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ. ນະທີ່​ນີ້ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ: ​ແຜນ​ຮ່າງ​ຄວນ​ຊີ້​ແຈ້ງ​ກຳນົດ​ທິດ​ພັດທະນາ​ການທ່ອງທ່ຽວ ທີ່​ມີ​ຈຸດ​ສຸ​ມ ​ແລະ ມີ​ວິຊາ​ການ, ສຸມ​ໃສ່​ກົນ​ໄກ​ນະ​ໂຍບາຍ​ເພື່ອ​ພັດທະນາ​ການທ່ອງທ່ຽວ​​ໃຫ້ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ.

        ສວ່ນທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີ​ງ​ເຫວ້ ຖື​ວ່າ: ຕ້ອງ​ເຮັດ​ແຈ້ງ​ບັນດາ​ການ​ປະກອບສ່ວນ, ​ແຜ່​ຂະຫຍາຍການ​ທ່ອງ​ທ່ຽວ​ໃຫ້​ບັນດາ​ຂະ​ແໜງ​ການ, ພິ​ເສດ​ແມ່ນ​ຄົມມະນາຄົມ​ຂົນ​ສົ່ງ, ການ​ຄ້າ, ກະສິກຳ, ໝູ່​ບ້ານ​ຫັດຖະກຳ, ການ​ເງິນ…​ຄຽງ​ຂ້າງ​ເປົ້າ​ໝາຍ​ພັດທະນາການທ່ອງ​ທ່ຽວ​ຮອດ​ປີ 2020, ​ແຜນ​ຮ່າງ​ຄວນ​ມີ​ວິ​ໄສ​ທັດ​ຮອດ​ປີ 2030 ຕື່ມ​ອີກ. ທ່ານ​ຮອງ​ນາຍົກລັດຖະມົນຕີຮຽກຮ້ອງ​​ແຜນ​ຮ່າງ​ຕ້ອງ​ເຕື້ອງ​​ເຖິງ​ການ​ຍົກສູງ​ຄວາມ​ຮັບ​ຮູ້ ​ແລະ ປ່ຽນ​ໃໝ່​ກ່ຽວ​ກັບຈິນຕະນາການ​ພັດທະນາ​ການທ່ອງ​ທ່ຽວ, ​​ເຫັນ​ດີເປັນ​ເອກະ​ພາບ​​ໃນ​ການນິຍາມ​ກ່ຽວ​ກັບ​ຂະ​ແໜງ​ທ່ອງ​ທ່ຽວ, ມີ​ຫຼັກການ​ປະພຶດ​ຕໍ່​ການທ່ອງທ່ຽວ ຄື​ຂະ​ແໜງ​ເສດຖະກິດ, ປະຕິບັດ​ຕາມ​ບັນດາ​ຫຼັກການ​ເສດຖະກິດ​ການ​ຕະຫລາດ ​ແລະ ບັນດາກົດ​ເກນ​ມີ​ລັກສະນະທົ່ວ​ໄປ ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄດ້​ຍົກ​ອອກບັນດາມາດ​ຕະການ​ກ່ຽວ​ກັບ​ນະ​ໂຍບາຍ ​ແລະ ລະບອບ​ການພັດທະ​ນາການ​ທ່ອງ​ທ່ຽວ ​, ​ໃນ​ນັ້ນ ມີ​ເລື່ອງ​ສ້າງ​ໂຄງ​ປະກອບ​ຂະ​ແໜງການທ່ອງທ່ຽວ​ຄືນ​ໃໝ່ ຕາມ​ທິດ​ມີວິຊາ​ການທີ່​ສຸດ, ທັນ​ສະ​ໄໝ, ພັດທະນາ​ແບບ​ຍືນ​ຍົງ​ບົນ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ ​ແລະ ​ການເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ.

 

 

ຂ່າວ/ບົດ​ອື່ນ