ສານຕວກກີອອກຄຳສັ່ງຈັບຕົວບາດຫຼວງGulenຢ່າງເປັນທາງການ
ບາດຫຼວງ Fethullah Gulen.
(ພາບ: Samaa TV)
(vovworld) – ວັນທີ 4/8, ສານແຫ່ງໜຶ່ງຢູ່ຕວກກີ ໄດ້ອອກຄຳສັ່ງຈັບຕົວສຳລັບບາດຫຼວງ Fethullah Gulen, ເຊິ່ງແມ່ນຜູ້ທີ່ອຳນາດການປົກຄອງ Ankara ກ່າວຫາເປັນຜູ້ວາງອຸບາຍຂອງເຫດລັດຖະປະຫານທີ່ຖືກປະລາໄຊໃນຄ່ຳຄືນວັນທີ 15/7 ຜ່ານມາ, ເຮັດໃຫ້ກ່ວາ 270 ຄົນຖືກເສຍຊີວິດ. ລັດຖະບານ ຕວກກີ ກໍ່ກ່າວຫາທ່ານ Gulen, ຜູ້ເຄີຍເປັນສຳພັນທະມິດຂອງທ່ານປະທານາທິບໍດີ Tayyip Erdogan ປະຈຸບັນພວມດຳລົງຊີວິດພັດຖິ່ນຢູ່ ອາເມລິກາ, ເປັນຜູ້ວາງອຸບາຍໃນເຫດກໍ່ລັດຖະປະຫານການທະຫານແຕ່ບໍ່ໄດ້ຮັບຜົນໃນໄລຍະຜ່ານມາ ແລະ ທ່ານ Ankara ຢາກໃຫ້ ວໍຊິງຕັນ ໄດ້ນຳຕົວທ່ານ Gulen ກັບຄືນ ຕວກກີ ເພື່ອພິພາກສາ. ແຕ່ເຖິງຢ່າງໃດກໍ່ຕາມ, ຝ່າຍ ອາເມລິກາ ຖືວ່າ ຕວກກີ ຕ້ອງສະໜອງພະຍານຫຼັກຖານຢ່າງຄົບຖ້ວນກ່ຽວກັບເລື່ອງບາດຫຼວງ Gulen ກ່ຽວຂ້ອງເຖິງການລັດຖະປະຫານຜ່ານມາ. ປະຈຸບັນ, ຝ່າຍອຳນາດການປົກຄອງ Ankara ຫາກໍ່ຍົກອອກບັນດາການກ່າວຫາເທົ່ານັ້ນແຕ່ບໍ່ທັນຍົກອອກພະຍານຫຼັກຖານລະອຽດໃດໆກ່ຽວຂ້ອງເຖິງທ່ານ Gulen ເທື່ອ.