ສານສະແດງຄວາມຮັບຜິດຊອບ ແລະ ຄຸນຄ່າວັດທະນະທຳມະນຸດດ້ວຍພາລະໜ້າທີ່ທົ່ວໂລກ

ສານສະແດງຄວາມຮັບຜິດຊອບ ແລະ ຄຸນຄ່າວັດທະນະທຳມະນຸດດ້ວຍພາລະໜ້າທີ່ທົ່ວໂລກ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ
(ພາບ: Reuter)

(vovworld) – ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ທີ່​ວາລະ​ປຶກສາ​ຫາລື​ຂັ້ນ​ສູງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຊຸດ​ທີ 68 ​ເມື່ອ​ວັນ​ທີ 28/9 ຜ່ານ​ມາສືບຕໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກປະຊາຊົນ​ຫວຽດນາມ ທຸກ​ຊັ້ນ​ວັນນະ. ທ່ານ​ພັນ​​ເອກ ຫວູຮົ່ງ​ແຄງ, ສະ​ຖາ​ບັນ​ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ ​ຖື​ວ່າ: ຫວຽດນາມ ພ້ອມ​ແລ້ວ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ, ນີ້​ແມ່ນຄວາມ​ຮັບ​ຜິດ​ຊອບ​ໃໝ່​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ, ກອງທັບ​ປະ​ຕິ​ວັດ​ໂດຍ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ປະທານ ​ໂຮ່ຈີ​ມິນ ກໍ່​ຕັ້ງ, ສຶກສາ ​ແລະ ຝຶກ​ຝົນ​ຫຼໍ່​ຫຼອມ. ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ພະນັກງານ, ນັກຮົບ​ກອງ​ທັບ​ປະຊາຊົນ ຫວຽດນາມ​ສະ​ແດງ​ຄຸນ​ນະ​ທາດ ​ແລະ ຄວາມ​ສາມາດ​ຂອງ​ຕົນ.

        ກ່ຽວ​ກັບ​ບັນດາ​ຜົນງານ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸ​ດຜ່ອນ​ຄວາມທຸກ​ຍາກ​ຂອງ ຫວຽດນາມ ​ເຊິ່ງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້ສະ​ເໜີ​ທີ່​ກອງ​ປະຊຸມ​ສະຫະ​ປະຊາ​ຊາດ, ນັກ​ວິສາວະກອນ ມາຍ​ເທ໋ຮ່າວ, ນັກ​ວິຊາ​ການກົມ​ລ້ຽງສັດ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ຖື​ວ່າ: ບັນດາ​ມາດ​ຕະການ​ມະຫາ​ພາກ, ບັນດາ​ລາຍການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີວ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ​ຂອງ ຫວຽດນາມ ​ໄດ້ ​ແລະ ພວມ​ຮັບ​ການ​ຕີ​ລາຄາ​ສູງ ​ແລະ ຮຳ່ຮຽນ​ເອົາ​ບົດຮຽນ​ຈາກ​ປະຊາ​ຄົມ​ໂລກ. ທ່ານ ມາຍ​ເທ໋ຮ່າວ ​ແບ່ງປັນ​ວ່າ: ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້ຝາກ​ສານທີ່​ຈະ​ແຈ້ງ​ເຖິງ​ສະຫະ​ປະຊາ​ຊາ​ດ, ສະ​ແດງ​ນ້ຳ​ໃຈ, ທ່າ​ທີ​ຮັບຜິດຊອບ ​ແລະ ຄຸນຄ່າ​ວັດທະນະທຳ​ມະນຸດ​ຂອງ​ຊາດ, ປະຊາຊົນ ຫວຽດນາມ ທີ່​ມີ​ຕໍ່​ພາລະ​ໜ້າ​ທີ່​ທົ່ວ​ໂລກ.

   

   

ຂ່າວ/ບົດ​ອື່ນ