ສານອວຍພອນວັນຊາດ ສາທາລະນະລັດ ກາຊັກສະຖານ
(VOVWORLD) -ສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ກາຊັກສະຖານ ຄົບຮອບ 28 ປີ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ກາຊັກສະຖານ ຄົບຮອບ 28 ປີ (ວັນທີ 16 ທັນວາ 1991 – 16 ທັນວາ 2019), ວັນທີ 16 ທັນວາ 2019, ທ່ານເລຂາທິການໃຫຍ່່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານອວຍພອນເຖິງທ່ານປະທານາທິບໍດີ ກາຊັກສະຖານ Kassymt Tokayev. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ສົ່ງສານອວຍພອນເຖິງທ່ານນາຍົກລັດຖະມົນຕີ ກາຊັກສະຖານ Aska Mamin.
ແລະ ກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ກໍໄດ້ສົ່ງສານອວຍພອນເຖິງທ່ານລັດຖະມົນຕີກະຊວງການຕ່າງປະເທດ ກາຊັກສະຖານ Mukhta Tileuberdi ເຊັ່ນດຽວກັນ.