ທະຫານ ແລະ ປະຊາຊົນຢູ່ ເຈື່ອງຊາ ໄປປ່ອນບັດເລືອກຕັ້ງ
(vovworld) – ວັນທີ 22/5, ສຳນັກຂ່າວສານຕ່າງປະເທດຫຼາຍແຫ່ງສືບຕໍ່ໃຫ້ຂ່າວ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 14 ແລະ ສະມາຊິກສະພາປະຊາຊົນອາຍຸການ 2016 – 2021 ຢູ່ ຫວຽດນາມ. ສຳນັກຂ່າວສານ Prensa Latina ຂອງ ກູບາ ເນັ້ນໜັກວ່າ: ປະຊາຊົນ ຫວຽດນາມ ໄດ້ໄປປ່ອນບັດເລືອກຕັ້ງໃນບັນຍາກາດ ພາກພູມໃຈ, ເບີກບານມ່ວນຊື່ນ. ຕາມ Prensa Latina ແລ້ວ, ບັນດາການນຳພັກ ແລະ ລັດ ຫວຽດນາມ ແມ່ນບັນດາຜູ້ທຳອິດປະຕິບັດສິດເລືອກຕັ້ງຢ່າງເຂັ້ມງວດ. ແລະກໍ່ໃນວັນດຽວກັນ, ສຳນັກຂ່າວສານ Reuters ຂອງອັງກິດ ກໍ່ໃຫ້ຮູ້ວ່າ: ຜູ້ມີສິດເລືອກຕັ້ງປະມານ 69 ລ້ານຄົນຂອງ ຫວຽດນາມ ຈະໄປປ່ອນບັດເພື່ອເລືອກຕັ້ງບັນດາຜູ້ຕາງໜ້າຂອງຕົນໃນສະພາແຫ່ງຊາດລວມມີສະມາຊິກ 500 ທ່ານ. ສຳນັກຂ່າວສານນີ້ໄດ້ຄັດສະເໜີຄຳເວົ້າຂອງທ່ານ ຫງວຽນແຫ້ງຟຸກ, ເລຂາທິການໃຫຍ່ ສະພາແຫ່ງຊາດ ໂດຍຢັ້ງຢືນວ່າ: ຜູ້ສະໝັກຮັບເລືອກຕັ້ງທັງໝົດ 870 ທ່ານນັ້ນລ້ວນແຕ່ມີຄວາມສະເໝີພາບ, ນັບທັງບັນດາຜູ້ສະໝັກຮັບເລືອກຕັ້ງບໍ່ແມ່ນສະມາຊິກພັກ ແລະ ຜູ້ສະໝັກຮັບເລືອກຕັ້ງເອງ. ນອກຈາກນັ້ນ, ບັນດາສຳນັກຂ່າວສານໃຫຍ່ຂອງ ອາເມລິກາ, ອົດສະຕາລີ ແລະ ຈີນ, ໄທ, ຄື AP, ABC News, ຊິນຮວາ ກໍ່ລ້ວນແຕ່ໃຫ້ຂ່າວເປັນຈຳນວນຫຼາຍກ່ຽວກັບເຫດການສຳຄັນຍິ່ງນີ້ໃນຊີວິດດ້ານການເມືອງຂອງ ຫວຽດນາມ.