ສຳນັກຂ່າວສານ ຫວຽດນາມ ອຸປະຖຳວຽກງານສື່ສານລາຍການ ຫວຽດນາມ - ລາວ.
ພາບປະກອບ:vietnamplus.vn
|
(vovworld)- ຕອບສະຫນອງລາຍການ “ຍົກສູງຄວາມຮັບຮູ້ຂອງວົງຄະນາຍາດກ່ຽວກັບການພັດທະນາການຮ່ວມມືເສດຖະກິດ ແລະ ປົກປັກຮັກສາສິ່ງແວດລ້ອມ ຫວຽດນາມ - ລາວ”, ສຳນັກຂ່າວສານ ຫວຽດນາມ ໄດ້ຢືນຢັນວ່າ: ຈະອຸປະຖຳວຽກງານສື່ສານໃຫ້ແກ່ບັນດາການເຄື່ອນໄຫວຂອງລາຍການດັ່ງກ່າວ ແລະ ປາດຖະຫນາວ່າຈະໄດ້ຮັບການຮ່ວມມືຢ່າງແຫນ້ນແຟ້ນກັບສະມາຄົມປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ. ທ່ານ Bui Quang Vinh ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຖືວ່າ: ເຫດການນີ້ໂດຍແມ່ນສະມາຄົມພັດທະນາການຮ່ວມມືເສດຖະກິດ ຫວຽດນາມ ລາວ ກຳປູເຈຍ ແລະ ສະມາຄົມປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນທີ່ກ່ຽວຂ້ອງຂອງ ຫວຽດນາມ ແລະ ລາວ ຈັດຕັ້ງຢູ່ ນະຄອນ Vinh ຂອງ ຫວຽດນາມ ແລະ ນະຄອນຫລວງ ວຽງຈັນ ຂອງລາວ ໃນໄລຍະຈະມາເຖິງ, ແມ່ນການເຄື່ອນໄຫວຢ່າງແທດຈິງຕອບສະຫນອງປີແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ. ພ້ອມກັນນັ້ນ ນີ້ກໍແມ່ນກາລະໂອກາດເພື່ອໃຫ້ປະຊາຄົມວິສາຫະກິດ ແລະ ປະຊາຊົນສອງປະເທດ ຍົກສູງຄວາມຮັບຮູ້, ຍູ້ແຮງການຮ່ວມມືລົງທຶນ ແລະ ປົກປັກຮັກສາສິ່ງແວດລ້ອມ, ປະກອບສ່ວນເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງຂອງສອງປະເທດ.