ສ່ຽວຜູ້ໜຶ່ງຂອງປະທານາທິບໍດີສ.ເກົາຫຼີຖືກຈັບຕົວ

ສ່ຽວຜູ້ໜຶ່ງຂອງປະທານາທິບໍດີສ.ເກົາຫຼີຖືກຈັບຕົວ - ảnh 1
ທ່ານ​ນາງ Choi Soon sil ສ່ຽວ​ຂອງ​
ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ Park Geun hye, ຖືກ​ຈັບ​ຕົວ
(ພາບ: Yonhap)


(vovworld) - ​​ວັນ​ທີ 01/11, ສຳ​ນັກ​ຂ່າວ​ສ​ານ Yonhap ຂອງ​ສ.ເກົາ​ຫຼີ ໃຫ້​ຂ່າວ​ວ່າ ທ່ານ​ນາງ Choi Soon sil, ຜູ້​ທີ່ກໍ່​ໃຫ້​ເກີ​ດ​ຄວາມ​ສັບ​ສົນ​ດ້ານການ​ເມືອງ ຫຼື ແມ່ນ​ສ່ຽວ​ຂອງ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ Park Geun hye, ຖືກ​ຈັບ​ຕົວພາຍ​ຫຼັງ​​​ທີ່​ມາ​ຫ້ອງ​ການ​ຂອງ​ອົງ​ການໄອ​ຍະ​ການ​ປະ​ເທດນີ້ ເພື່ອ​ຕອບ​ຄຳ​ຖາມ​ຕ່າງໆພຽງ 2 - 3 ຊົ່ວ​ໂມງ. ກ່ອນ​ໜ້ານັ້ນ, ເຈົ້າ​ໜ້າ​ທີ່ຜູ້​ໜຶ່ງ​ຂຶ້ນ​ກັບ​ອົງ​ການ​ໄອ​ຍະ​ການ​ສ.ເກົາ​ຫຼີ ໃຫ້​ຮູ້​ວ່າ, ບັນ​ດາ​ນັກ​ໄອ​ຍະ​ການ​ພວມ​ສືບ​ສວນຄຳ​ກ່າວ​ຫາຕ່າງໆ​ກ່ຽວ​ກັບ​ເລື່ອງທ່ານ​ນາງ Choi Soon sil ​ອີ່ງ​ໃສ່​ສາຍ​ພົວ​ພັນ​ກັບ​ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ​ Park Geun hye ເພື່ອ​ແຊກ​ແຊງ​ເຂົ້າ​ບັນ​ດາ​ບັນ​ຫາ​ແຫ່ງ​ຊາດ ດ້ວຍ​ວິ​ທີ​ສຳ​ພັດ​ກັບ​ຂໍ້​ມູນ​ລັບ ແລະ ​ສ້າງ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ຈາກບັນ​ດາ​ກອງ​ທຶນປອດ​ກຳ​ໄລ.

        ທ່ານ​ນາງ Choi Soon sil ​ຍ້ອ​ມ​ຮັບ​ໄດ້​ຮັບ​​ວ່າ ເອ​ກະ​ສານ​ຈາກ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ, ແຕ່​ປະ​ຕິ​ເສດ​ເລື່ອງ​ແຊກ​ແຊງ​ເຂົ້າ​ບັນ​ດາ​ບັນ​ຫາ​ແຫ່ງ​ຊາດ ຫຼື ກໍ່ຄວາມ​ດັນ​ໃຫ້ບໍລິ​ສັດ​ຕ່າງໆເພື່ອ​ສະ​ໜັບ​ສະ​ໜູນກອງ​ທຶນ. ຄາດ​ວ່າ, ຈຳ​ນວນ​ເງິນ​ທີ່​ປະ​ກອບ​ເຂົ້າ​ກອງ​ທຶນ​ປອດ​ກຳ​ໄລ​ໂດຍ​ທ່ານ​ນາງ Choi Soon sil ສ້າງ​ຕັ້ງ ແມ່ນ​ປະ​ມານ 44 ລ້ານ USD.

ຂ່າວ/ບົດ​ອື່ນ