ສ.ເກົາຫຼີຍູ້ແຮງການລົງທຶນເຂົ້າອາຊຽນ
(ພາບປະກອບ)
(vovworld) – ວັນທີ 24/08, ທີ່ການພົບປະລະຫວ່າງບັນດາປະທານຄະນະກຳມະການ ການບໍລິການການເງິນ (FSC), ອົງການຕິດຕາມກວດການການເງິນ (FSS) ແລະ 11 ທະນາຄານໃຫຍ່ຂອງສ.ເກົາຫຼີ ກັບເອກອັກຄະລັດຖະທູດບັນດາປະເທດອາຊຽນ ປະຈຳສ.ເກົາຫຼີ, ຝ່າຍສ.ເກົາຫຼີ ສະເໜີໃຫ້ບັນດາທ່ານເອກອັກຄະລັດຖະທູດໜູນຊ່ວຍບັນດາກຸ່ມບໍລິສັດການເງິນຂອງປະເທດນີ້ ໃນວິວັດການຍູ້ແຮງການລົງທຶນເຂົ້າບັນດາປະເທດອາຊຽນ. ທ່ານປະທານ FSC, Im Chong ryong ຖືວ່າ, ພາຍຫຼັງ 25 ປີນັບແຕ່ເມື່ອສ.ເກົາຫຼີ ແລະ ອາຊຽນ ສ້າງຕັ້ງການພົວພັນຄູ່ຮ່ວມມື, ບັນດາທະນາຄານຂອງປະເທດນີ້ ໄດ້ນຳໜ້າ ແລະ ເປີດກວ້າງການໜູນຊ່ວຍດ້ານການເງິນໃຫ້ບັນດາວິສາຫະກິດປະຈຳຖິ່ນຢູ່ບັນດາປະເທດປະເທດອາຊຽນ ຢ່າງບໍ່ຢຸດຢັ້ງ. ຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດອາຊຽນ ປະຈຳສ.ເກົາຫຼີ, ທ່ານເອກອັກຄະລັດຖະທູດສິງຄະໂປ Yip Wei Kiat ໄດ້ຕີລາຄາສູງການພົບປະຄັ້ງນີ້ ແມ່ນກາລະໂອກາດທີ່ດີ ເພື່ອໃຫ້ 2 ຝ່າຍເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ພ້ອມທັງໃຫ້ຮູ້ວ່າ, ຈະໜູນຊ່ວຍຢ່າງຕັ້ງໜ້າໃຫ້ວິວັດທະນາການເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງສ.ເກົາຫຼີ ແລະ ບັນດາປະເທດອາຊຽນ ໃນໄລຍະຈະມາເຖິງ.