(vovworld) - ທ່ານນາຍົກລັດຖະມົນຕີສ.ເກົາຫຼີ Hwang Kyo ahn, ວັນທີ 28/07, ຖະແຫຼງວ່າ ພະຍາດ MERS ຢູ່ປະເທດນີ້ໄດ້ຮັບການຄວບຄຸມແລ້ວ. ທ່ານ Hwang Kyo ahn ໃຫ້ຮູ້ວ່າ, ພາຍຫຼັງຕີລາຄາສະພາບການ, ຖັນແຖວແພດໝໍ ແລະ ບັນດາເຈົ້າໜ້າທີ່ລັດຖະບານປະເທດນີ້ໄດ້ໃຫ້ຂໍ້ສັງເກດວ່າ, ໄພນາບຂູ່ໂດຍພະຍາດ MERS ກໍຂຶ້ນໄດ້ຮັບການຄວບຄຸມແລ້ວ ແລະ ທຸກໆຄົນບໍ່ຕ້ອງເປັນຫ່ວງອີກ. ທ່ານເນັ້ນໜັກວ່າ, ບັນດາກໍລະນີ້ຖືກສົງໄສວ່າຕິດເຊື້ອພະຍາດ MERS ບໍ່ຕ້ອງແຍກຕົວອີກ ແລະ ໃນໄລຍະ 3 ສັບປະດາຜ່ານມາ ບໍ່ມີກໍລະນີໃດຖືກຕິດໃໝ່. ໂຮງໝໍ 15 ແຫ່ງ, ເຄີຍນຳໃຊ້ເຂົ້າໃນການສະກັດກັ້ນການແຜ່ນລະບາດຂອງພະຍາດ MERS, ໄດ້ກັບຄືນສູ່ສະພາບເປັນປົກກະຕິ. ທ່ານກໍສະເໜີໃຫ້ປະຊາຊົນສືບຕໍ່ບັນດາການເຄື່ອນໄຫວເປັນປົກກະຕິ, ໃນນັ້ນມີການເຄື່ອນໄຫວດ້ານເສດຖະກິດ, ວັດທະນະທຳ, ການລະຫຼີ້ນ ແລະ ສຶກສາ.