ການນຳ ສປປ ເກົາຫລີ Kim Jong Un
ພາບ:http://vietnamnet.vn
|
(vovworld)- ວັນທີ 26/12, ກະຊວງປ້ອງກັນປະເທດ ສເກົາຫລີ ໃຫ້ຮູ້ວ່າ: ສເກົາຫລີ, ຍີ່ປຸ່ນ ແລະ ອາເມລິກາ ໄດ້ເຫັນດີຕໍ່ການລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການແບ່ງປັນຂໍ້ມູນຂ່າວສືບລາຊະການລັບການທະຫານລະຫວ່າງສາມປະເທດກ່ຽວກັບໂຄງການນິວເຄຼຍ ແລະ ລູກສອນໄຟຂອງ ສປປ ເກົາຫລີ. ບົດບັນທຶກຊ່ວຍຈຳຈະໄດ້ຮັບການລົງນາມໃນວັນທີ 29/12 ຈະມາເຖິງ ຈະຊ່ວຍສາມປະເທດຮັບມືຢ່າງວ່ອງໄວກັບບັນດາການກະທຳເກາະຜິດຈາກ ຝ່າຍ ສປປ ເກົາຫລີ. ບົດບັນທຶກຊ່ວຍຈຳດັ່ງກ່າວຫວັງວ່າຈະຟື້ນຟູການຮ່ວມມືປ້ອງກັນຄວາມສະຫງົບລະຫວ່າງສາມປະເທດ ຊື່ງຖືກຢຸດຕິຍ້ອນຄວາມເຄັ່ງຕຶງລະຫວ່າງ ສເກົາຫລີ ແລະ ຍີ່ປຸ່ນ ທີ່ກ່ຽວຂ້ອງເຖິງບັນດາບັນຫາປະຫວັດສາດ ແລະ ຄວາມຂັດແຍ້ງກ່ຽວກັບເຂດນ້ຳແດນດິນ.