ທ່ານ Hong Yong Pyo, ລັດຖະມົນຕີວ່າການກະຊວງທ້ອນໂຮມຊາດ ສເກົາຫລີ
|
(vovworld)-ວັນທີ 26/7, ທ່ານ Hong Yong Pyo, ລັດຖະມົນຕີວ່າການກະຊວງທ້ອນໂຮມຊາດຂອງ ສເກົາຫລີ ໄດ້ຮຽກຮ້ອງ ສປປ ເກົາຫລີ ກ້າວໄປເຖິງໂຕະເຈລະຈາ ພ້ອມທັງຖືວ່າ ທຸກບັນຫາຍັງຄົງຄ້າງອາດຈະແກ້ໄຂໄດ້ຜ່ານການເຈລະຈາ. ເມື່ອຕອບສຳພາດຕໍ່ສະຖານີກະຈາຍສຽງ ໂທລະພາບ KBS ຂອງ ສເກົາຫລີ, ທ່ານ Hong ຖືວ່າ ສເກົາຫລີ ແລະ ສປປ ເກົາຫລີ ຄວນພົບປະກັນ ແລະ ແກ້ໄຂຫລາຍບັນຫາຍັງຄົງຄ້າງ ເຖິງວ່າຜ່ານການພົບປະຂັ້ນສູງ ແລະ ຂັ້ນວິຊາການ. ສປປ ເກົາຫລີ ໄດ້ປະຕິເສດຄຳສະເຫນີຈາກ ຝ່າຍ ສເກົາຫລີ ກ່ຽວກັບການຈັດຕັ້ງດຳເນີນການເຈລະຈາຂັ້ນລັດຖະບານ ຫລາຍຄັ້ງແລ້ວ ແຕ່ສະເຫນີເຊື່ອມຕໍ່ບັນດາລາຍການທ່ອງທ່ຽວຮ່ວມເຖິງ ພູ Kumgang ຢູ່ພາກເຫນືອ ຊື່ງເຄີຍຖືກຢຸດຕິເມື່ອປີ 2008 ພາຍຫລັງນັກທ່ອງທ່ຽວ ສເກົາຫລີ ຜູ້ຫນຶ່ງຖືກຍິງຕາຍ.