ສ.ເກົາຫຼີ,ສິງກະໂປສົມທົບກັນເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມສຸດຍອດອາເມລິກາ-ສປປ.ເກົາຫຼີ

(VOVWORLD) -ວັນທີ 14 ພຶດສະພາ, ທ່ານນາງລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Kang Kyung Hwa ແລະ ທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Vivian Balakrishnan ໄດ້ມີການໂອ້ລົມທາງໂທລະສັບ ກ່ອນການພົບປະຂັ້ນສຸດຍອດ ເຊິ່ງຄາດວ່າຈະດຳເນີນໃນວັນທີ 12 ມິຖຸນາ ຈະມາເຖິງລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un.
ສ.ເກົາຫຼີ,ສິງກະໂປສົມທົບກັນເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມສຸດຍອດອາເມລິກາ-ສປປ.ເກົາຫຼີ - ảnh 1 (ພາບປະກອບ: AFP/TTXVN)

ໃນການໂອ້ລົມທາງໂທລະສັບ, ລັດຖະມົນຕີການຕ່າງປະເທດ 2 ທ່ານໄດ້ແບ່ງປັນທັດສະນະວ່າ ໃນການພົບປະຂັ້ນສຸດຍອດອາເມລິກາ - ສປປ.ເກົາຫຼີ ຈະແມ່ນກາລະໂອກາດສຳຄັນ, ມຸ່ງໄປເຖິງຄາດໝາຍປອດນິວເຄຼຍໃນແຫຼມເກົາຫຼີ, ສ້າງຕັ້ງພື້ນຖານສັນຕິພາບຢ່າງຍາວນານຢູ່ໃນແຫຼມເກົາຫຼີ. ເມື່ອແລກປ່ຽນກັບທ່ານລັດຖະມົນຕີການຕ່າງປະເທດສິງກະໂປ, ທ່ານນາງລັດຖະມົນຕີສ.ເກົາຫຼີ Kang Kyung Hwa ທີ່ອະທິບາຍກ່ຽວກັບບັນດາຄວາມມານະພະຍາຍາມຂອງເຊີອູນ ແນໃສ່ປອດນິວເຄຼຍໃນແຫຼມເກົາຫຼີຢ່າງໝົດກ້ຽງ ແລະ ສ້າງຕັ້ງພື້ນຖານສັນຕິພາບໃນແຫຼມເກົາຫຼີ ກໍຄືວິວັດການເຊິ່ງເຊີອູນ ກະກຽມໃຫ້ການພົບປະຂັ້ນສຸດຍອດລະຫວ່າງທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ການນຳ Kim Jong un ເມື່ອເດືອນເມສາ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ